ສະຫະພາບເອີຣົບກ່າວວ່າ ດຽວນີ້ຍັງບໍ່ຮອດເວລາຄາດຄະເນສາເຫດຂອງອຸບັດເຫດທໍ່ສົ່ງແກັສທຳມະຊາດ “Nord Stream 2” ຮົ່ວ

2022-09-28 15:42:58 CRI

ວັນທີ 27 ກັນຍານີ້, ເຈົ້າໜ້າທີ່ສະຫະພາບເອີຣົບກ່າວວ່າ: ດຽວນີ້ຍັງບໍ່ຮອດເວລາຄາດຄະເນສາເຫດຂອງອຸບັດເຫດທໍ່ສົ່ງແກັສທຳມະຊາດ “Nord Stream 2” ຮົ່ວ. ສະຫະພາບເອີຣົບພວມຕິດຕາມສະພາບການຂອງເຫດການຢ່າງໃກ້ຊິດ. ມາຮອດປັດຈຸບັນ, ຍັງບໍ່ທັນພົບເຫັນອຸບັດເຫດດັ່ງກ່າວ ຈະເກີດມີຜົນກະທົບໃດໆ ຕໍ່ຄວາມປອດໄພດ້ານການສະໜອງແກັສທຳມະຊາດຂອງເອີຣົບ.

ວັນທີ 26 ກັນຍານີ້, ທໍ່ສົ່ງແກັສທຳມະຊາດ “Nord Stream 1” ແລະ “Nord Stream 2” ຢູ່ພື້ນທະເລ ທີ່ຣັດເຊຍສົ່ງອາຍແກັສທຳມະຊາດໄປເອີຣົບ ລ້ວນແຕ່ໄດ້ຄົ້ນພົບສະພາບທີ່ມີແກັສທຳມະຊາດຮົ່ວອອກ ແລະ ຄວາມດັນໃນທໍ່ຫຼຸດລົງ. ວັນທີ 27 ກັນຍານີ້, ບໍລິສັດທໍ່ສົ່ງແກັສທຳມະຊາດ Nord Stream ທີ່ເປັນຝ່າຍບໍລິຫານໂຄງການ  “Nord Stream 1” ຂອງຣັດເຊຍໄດ້ອອກຖະແຫຼງການວ່າ: ສະພາບການທີ່ທໍ່ສົ່ງ 3 ສາຍຂອງໂຄງການ  “Nord Stream 1” ແລະ “Nord Stream 2” ເກີດມີສະພາບແກັສທຳມະຊາດຮົ່ວອອກໃນມື້ດຽວກັນນັ້ນ ບໍ່ເຄີຍເກີດຂຶ້ນຈັກເທື່ອ, ປັດຈຸບັນ, ຍັງບໍ່ສາມາດປະເມີນເວລາສ້ອມແປງໄດ້ເທື່ອ.