ໂຄສົກ IMF ກ່າວຕຳໜິນະໂຍບາຍຫຼຸດສ່ວຍສາອາກອນຂອງອັງກິດຢ່າງເປີດເຜີຍ

2022-09-29 10:43:35 CRI

ວັນທີ 27 ກັນຍານີ້, ໂຄສົກອົງການກອງທຶນເງິນຕາສາກົນ ຫຼື IMF ໄດ້ກ່າວຕຳໜິຢ່າງເປີດເຜີຍຕໍ່ນະໂຍບາຍຫຼຸດສ່ວຍສາອາກອນຢ່າງຂະໜາດໃຫຍ່ ທີ່ລັດຖະບານອັງກິດປະກາດໃນຫວ່າງມໍ່ມານີ້ ໂດຍກ່າວວ່າ: ນະໂຍບາຍທີ່ກ່ຽວຂ້ອງອາດຈະ “ເຮັດໃຫ້ມີຄວາມບໍ່ທ່ຽງທຳເພີ່ມຂຶ້ນ” ແລະ ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນຕື່ມອີກ.

ໂຄສົກ IMF ໄດ້ສະແດງຄວາມສົງໄສຕໍ່ນະໂຍບາຍຫຼຸດສ່ວຍສາອາກອນຂອງອັງກິດ ໂດຍກ່າວວ່າ: ນະໂຍບາຍຫຼຸດສ່ວຍສາອາກອນເຮັດໃຫ້ອັດຕາແລກປ່ຽນເງິນປອນອັງກິດກັບເງິນໂດລາສະຫະລັດຫຼຸດລົງຮອດລະດັບຕ່ຳສຸດໃນປະຫວັດສາດໃນວັນທີ 26 ກັນຍານີ້, ນອກນີ້, ຍັງອາດຈະເຮັດໃຫ້ຄວາມບໍ່ທ່ຽງທຳເພີ່ມຂຶ້ນອີກ. ໂຄສົກທ່ານນີ້ກ່າວຕື່ມວ່າ: IMF ຈະ “ຕິດຕາມສະພາບການພັດທະນາຂອງເສດຖະກິດອັງກິດຢ່າງໃກ້ຊິດ ແລະ ຈະຕິດຕໍ່ກັບລັດຖະບານອັງກິດ.

ວັນທີ 23 ກັນຍານີ້, ລັດຖະບານອັງກິດໄດ້ວາງມາດຕະການຕ່າງໆ ເພື່ອກະຕຸ້ນການພັດທະນາເສດຖະກິດ ເຊິ່ງລວມທັງການຫຼຸດສ່ວຍສາອາກອນຂະໜາດໃຫຍ່, ຍົກເລີກເພດານເງິນລາງວັນໃນຂະແໜງການທະນາຄານ ແລະ ອື່ນໆ. ຂ່າວສານລອຍເຕີຂອງອັງກິດລາຍງານວ່າ, ມາດຕະການຫຼຸດສ່ວຍສາອາກອນລວມມີອາກອນລາຍໄດ້ສ່ວນບຸກຄົນ, ອາກອນຊັບສິນ, ອາກອນບໍລິໂພກຂອງນັກທ່ອງທ່ຽວຕ່າງປະເທດ ແລະ ອາກອນວິສາຫະກິດ. ການລາຍງານຂ່າວດັ່ງກ່າວໄດ້ຄາດຄະເນວ່າ: ເມື່ອຮອດສົກງົບປະມານ 2026-2027, ສ່ວຍສາອາກອນຂອງລັດຖະບານອັງກິດຈະຫຼຸດລົງ 45 ຕື້ປອນ ຍ້ອນການໃຊ້ມາດຕະການດັ່ງກ່າວ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ