ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ສະພາບການຂາດແຄນແຮງງານຂອງອາເມຣິກາໜັກໜ່ວງກວ່າເກົ່າອີກ

2022-09-29 11:17:29 CRI

ອີງຕາມຕົວເລກສະຖິຕິຈາກມະຫາວິທະຍາໄລຈອນສ໌ ຮອບກິນສ໌ ຂອງອາເມຣິກາ ປາກົດວ່າ, ມາຮອດວັນທີ 28 ກັນຍານີ້, ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ອາເມຣິກາ ມີທັງໝົດຫຼາຍກວ່າ 96,23 ລ້ານກໍລະນີ, ຜູ້ເສຍຊີວິດມີທັງໝົດຫຼາຍກວ່າ 1.050.000 ຄົນ.

ອີງຕາມຕົວເລກສະຖິຕິຫຼ້າສຸດໄດ້ສະແດງໃຫ້ເຫັນວ່າ, ຢູ່ອາເມຣິກາມີຫຼາຍຄົນເຮັດວຽກບໍ່ໄດ້ ຍ້ອນຜົນກະທົບຈາກພະຍາດໂຄວິດ-19. ໄພວ່າງງານ, ລາຍຮັບຫຼຸດລົງ, ຕົ້ນທຶນການປິ່ນປົວພະຍາດເພີ່ມຂຶ້ນ ແລະອື່ນໆ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຄວາມເສຍຫາຍອັນໜັກໜ່ວງໃຫ້ແກ່ເສດຖະກິດອາເມຣິກາ. ນັກວິເຄາະເຫັນວ່າ, ຮູບແບບການຕ້ານພະຍາດໂຄວິດ-19 ຂອງອາເມຣິກາໄດ້ເຮັດໃຫ້ມີຄົນຕິດພະຍາດເປັນຈຳນວນຫຼວງຫຼາຍ, ຄຽງຄູ່ກັບພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດ, ຈະເຮັດໃຫ້ຜູ້ໄດ້ຮັບຜົນກະທົບຂະຫຍາຍວົງກວ້າງອອກຕື່ມອີກ ແລະ ຈະສືບຕໍ່ສ້າງຜົນກະທົບຕໍ່ເສດຖະກິດອາເມຣິກາຢ່າງຂະຫຍາຍວົງກວ້າງອອກເຊັ່ນດຽວກັນ.