ທ່ານສີຈິ້ນຜິງພ້ອມດ້ວຍຜູ້ນຳພັກ ແລະ ລັດຖະບານຈີນເຂົ້າຮ່ວມພິທີວາງກະຕ່າດອກໄມ້ຕໍ່ໜ້າອານຸສາວະລີວິລະຊົນປະຊາຊົນ

2022-09-30 10:34:51 cri


ວັນທີ 30 ກັນຍາເປັນວັນລະນຶກວິລະຊົນຜູ້ເສຍສະຫຼະຊີວິດຕາມກົດໝາຍຂອງຈີນ, ຕອນເຊົ້າວັນທີ 30 ກັນຍານີ້, ພິທີວາງກະຕ່າດອກໄມ້ຕໍ່ໜ້າອານຸສາວະລີວິລະຊົນປະຊາຊົນໄດ້ຈັດຂຶ້ນຢູ່ສະໜາມຫຼວງທ່ຽນອ່ານເມີນນະຄອນຫຼວງປັກກິ່ງຢ່າງຍິ່ງໃຫຍ່ ແລະ ເຄັ່ງຂຶມ. ທ່ານສີຈີ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ ແລະ ຜູ້ນຳພັກລັດຈີນທ່ານອື່ນໆ ໄດ້ວາງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສາລະລີວິລະຊົນປະຊາຊົນ.