ການຮ່ວມມືລະຫວ່າງຈີນ-ອາກຊັງຕິນເປັນແບບຢ່າງໃຫ້ແກ່ການຮ່ວມມື ແລະ ຄວາມສາມັກຄີລະຫວ່າງປະເທດທີ່ເປັນຕະຫຼາດຈະເລີນໃໝ່

2022-09-30 10:00:20 CRI



ປີນີ້ແມ່ນປີສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ອາກຊັງຕິນຄົບຮອບ 50 ປີ. ໃນຖານະເປັນໜຶ່ງໃນກິດຈະກຳສຳຄັນ ເພື່ອລະນຶກຈີນແລະອາກຊັງຕິນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ກໍຄືປີຮ່ວມມືບົນຈິດໃຈມິດຕະພາບຈີນ-ອາກຊັງຕິນ 2022, ປະມຸກລັດທັງສອງປະເທດຈີນ ແລະ ອາກຊັງຕິນ ຕ່າງໄດ້ສົ່ງສານຊົມເຊີຍໄປຍັງກອງປະຊຸມເວທີປຶກສາຫາລືການແລກປ່ຽນວັດທະນະທຳຂັ້ນສູງຈີນ-ອາກຊັງຕິນ ເຊິ່ງໄດ້ສ່ອງແສງໃຫ້ເຫັນວ່າ: ປະມຸກລັດສອງປະເທດໄດ້ເອົາໃຈໃສ່ເປັນຢ່າງສູງຕໍ່ການຮ່ວມມືລະຫວ່າງຈີນ-ອາກຊັງຕິນໃນຍຸກໃໝ່.

ຕະຫຼອດໄລຍະ 50 ປີຜ່ານມາ, ຈີນ ແລະ ອາກຊັງຕິນໄດ້ເລີ່ມຈາກ “ເພື່ອນມິດທາງໄກ” ກາຍມາເປັນການພົວພັນ “ຄູ່ຮ່ວມຍຸດທະສາດຮອບດ້ານ” ເຊິ່ງບໍ່ພຽງແຕ່ໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງຊາດຢ່າງແທ້ຈິງເທົ່ານັ້ນ, ຍັງໄດ້ສະແດງໃຫ້ເຫັນຢ່າງເຕັມທີ່ວ່າ: ລະຫວ່າງປະເທດກັບປະເທດສາມາດບັນລຸການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໄດ້ຢ່າງແທ້ຈິງ.



ໃນຖະແຫຼງການຮ່ວມລະຫວ່າງຈີນແລະອາກຊັງຕິນ ກ່ຽວກັບການລົງເລິກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ທີ່ສອງປະເທດເຜີຍແຜ່ໃນເດືອນກຸມພາປີນີ້ໄດ້ລະບຸວ່າ: ອາກຊັງຕິນໄດ້ເນັ້ນໜັກວ່າ, ຈະຍຶດໝັ້ນຫຼັກການປະເທດຈີນດຽວ, ຂະນະທີ່ຈີນກໍ່ໄດ້ຢ້ຳຄືນການສະໜັບສະໜູນຄວາມຮຽກຮ້ອງຂອງອາກຊັງຕິນ ທີ່ມີອຳນາດອະທິປະໄຕທີ່ສົມບູນໃນບັນຫາໝູ່ເກາະມານວີນາສ. ການສະໜັບສະໜູນຢ່າງເດັດດ່ຽວ ທີ່ສ້າງຂຶ້ນບົນພື້ນຖານເຄົາລົບອະທິປະໄຕເຊິ່ງກັນແລະກັນແບບນີ້ ເປັນເນື້ອໃນແກນກາງໃນສາຍພົວພັນມິດຕະພາບລະຫວ່າງສອງປະເທດ.

ປີ 2021, ຍອດມູນຄ່າການຄ້າລະຫວ່າງສອງຝ່າຍຈີນ-ອາກຊັງຕິນໄດ້ເພີ່ມຂຶ້ນ 28,3% ເມື່ອທຽບໃສ່ປີ 2020, ໄດ້ບັນລຸເຖິງ 17,83 ຕື້ໂດລາສະຫະລັດ, ຈີນສືບຕໍ່ຄອງຖານະເປັນປະເທດຄູ່ການຄ້າໃຫຍ່ອັນດັບທີ 2 ຂອງອາກຊັງຕິນ. ການພົວພັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາກຊັງຕິນໄດ້ຂະຫຍາຍຕົວຢ່າງໜັກແໜ້ນ ແລະ ປອດໃສ ເຊິ່ງໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ປະຊາຊົນສອງຊາດ.

ອາເມຣິກາລາຕິນມີຄຳສຸພາສິດທີ່ວ່າ: “ເພື່ອນເກົ່າດີກວ່າ, ເຫຼົ້າເກົ່າກໍດີກວ່າເຊັ່ນດຽວກັນ”. ເວົ້າສຳລັບຈີນ ແລະ ອາກຊັງຕິນ ທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດມາເປັນເວລາ 50 ປີແລ້ວ, ການແລກປ່ຽນວັດທະນະທຳເຊິ່ງກັນແລະກັນ ແລະ ສ້າງຄວາມເຂົ້າໃຈກັນລະຫວ່າງປະຊາຊົນ ແມ່ນແຫຼ່ງພະລັງແຮງຂັບເຄື່ອນການຮ່ວມມືລະຫວ່າງສອງປະເທດທີ່ບໍ່ເຫືອດແຫ້ງ. ອາເມຣິກາລາຕິນຍັງມີອີກສຸພາສິດໜຶ່ງທີ່ວ່າ: “ເພື່ອນມິດທີ່ແທ້ຈິງສາມາດເຂົ້າເຖິງດວງໃຈຂອງທ່ານຈາກອີກສົ້ນໜຶ່ງຂອງໂລກ”. ໃນອະນາຄົດ, ການຮ່ວມມືລະຫວ່າງຈີນ-ອາກຊັງຕິນຈະສືບຕໍ່ຂະຫຍາຍຕົວຢ່າງໜັກແໜ້ນ.