ຮົງກາຣີບໍ່ສະໜັບສະໜູນສະຫະພາບເອີຣົບປະຕິບັດມາດຕະການລົງໂທດດ້ານພະລັງງານຣັດເຊຍຮອບໃໝ່

2022-09-30 10:41:56 cri


ວັນທີ 29 ກັນຍາ 2022, ທ່ານກຸນຢາສ ເຊີຈີລີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີຮົງກາຣີກ່າວວ່າ: ຖ້າວ່າມາດຕະການລົງໂທດຣັດເຊຍຮອບທີ 8 ຂອງສະຫະພາບເອີຣົບລວມທັງການລົງໂທດດ້ານພະລັງງານ, ມາດຕະການດັ່ງກ່າວຈະບໍ່ສາມາດໄດ້ຮັບການສະໜັບສະໜູນຈາກຮົງກາຣີ.

ທ່ານກູຢາສ ກ່າວຕື່ມວ່າ, ຮົງກາຣີໄດ້ເຮັດວຽກຢ່າງຫຼວງຫຼາຍເພື່ອຮັກສາຄວາມສາມັກຄີກັນຂອງສະຫະພາບເອີຣົບ, ແຕ່ວ່າຮົງກາຣີຈະບໍ່ສະໜັບສະໜູນການລົງໂທດຣັດເຊຍທາງດ້ານພະລັງງານອີກ.

ຄືກັບມາດຕະການລົງໂທດຣັດເຊຍ 7 ຮອບຜ່ານມາ, ການລົງໂທດຮອບນີ້ກໍຕ້ອງໃຫ້ 27 ປະເທດສະມາຊິກໃນສະຫະພາບເອີຣົບອະນຸມັດກ່ອນແລ້ວຈຶ່ງຈະມີຜົນບັງຄັບໃຊ້. ລັດຖະບານຮົງກາຣີໄດ້ຄັດຄ້ານການລົງໂທດຣັດເຊຍດ້ານພະລັງງານຢ່າງຈະແຈ້ງມາໂດຍຕະຫຼາດ. ວັນທີ 26 ກັນຍານີ້, ທ່ານໂອບານ ວິກໂຕ ນາຍົກລັດຖະມົນຕີຮົງກາຣີ ເຄີຍກ່າວວ່າ: ການລົງໂທດຣັດເຊຍຂອງສະຫະພາບເອີຣົບໄດ້ສ້າງຜົນຮ້າຍຕໍ່ຕົນເອງ, ໂດຍສົ່ງຜົນເຮັດໃຫ້ລາຄາພະລັງງານສູງຂຶ້ນຢ່າງຫຼວງຫຼາຍ, ທັງໄດ້ເປັນໄພຂົ່ມຂູ່ເຖິງຄວາມໝັ້ນຄົງດ້ານເສດຖະກິດຂອງເອີຣົບກໍຄືຂອງໂລກ.