ຈີນກ່າວປະນາມຢ່າງຮຸນແຮງຕໍ່ການກະທຳທີ່ລ່ວງລ້ຳສິດທິມະນຸດຂອງຊົນເຜົ່າພື້ນເມືອງ

2022-09-30 11:01:20 CRI

ວັນທີ 29 ກັນຍານີ້, ກອງປະຊຸມຄັ້ງທີ 51 ຂອງສະພາມົນຕີສິດທິມະນຸດ ອົງການສະຫະປະຊາຊາດ ໄດ້ຈັດກອງປະຊຸມສົນທະນາກັບນັກລາຍງານພິເສດກ່ຽວກັບບັນຫາສິດທິມະນຸດຂອງຊົນເຜົ່າພື້ນເມືອງ. ທ່ານເສີນຊວີ້ ຜູ້ຕາງໜ້າຖາວອນຂອງຈີນປະຈຳສຳນັກງານອົງການສະຫະປະຊາຊາດທີ່ນະຄອນເຊີແນວ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ສະວິດ ໄດ້ປະກອບຄຳເຫັນຮ່ວມ ໂດຍຕາງໜ້າປະເທດຕ່າງໆທີ່ມີທັດສະນະຄ້າຍຄືກັນ.

ໃນການປະກອບຄຳເຫັນຮ່ວມ, ທ່ານເສີນຊວີ້ ໄດ້ສະແດງຄວາມເປັນຫ່ວງຢ່າງເລິກເຊິ່ງຕໍ່ບັນຫາທີ່ບາງປະເທດລ່ວງລ້ຳສິດທິມະນຸດຂອງຊົນເຜົ່າພື້ນເມືອງຢ່າງໜັກໜ່ວງ ທັງຊີ້ອອກວ່າ: ປະເທດທີ່ກ່ຽວຂ້ອງໄດ້ກົດຂີ່ຂູດຮີດຢ່າງໂຫດຫ້ຽມ ແລະ ເຂັ່ນຂ້າຊາວພື້ນເມືອງໃນປະຫວັດສາດ, ມີບາງປະເທດຈົນກະທັ້ງໄດ້ກໍ່ໂທດກຳຂ້າລ້າງເຜົ່າພັນ. ກຸ່ມຄົນພື້ນເມືອງໃນປະເທດເຫຼົ່ານີ້ໄດ້ປະເຊີນກັບຄວາມຈຳແນກ ແລະ ຄວາມບໍ່ສະເໝີພາບ ຢ່າງເປັນລະບົບ ແລະ ເປັນໂຄງປະກອບ ມາເປັນເວລາຍາວນານ, ສະພາບການຢູ່ລອດຂອງເຂົາເຈົ້າໄດ້ຊຸດໂຊມລົງຕື່ມອີກໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19.

ການປະກອບຄຳເຫັນຮ່ວມຂອງທ່ານເສີນຊວີ້ ໄດ້ເຕືອນໃຫ້ປະເທດທີ່ກ່ຽວຂ້ອງຈົ່ງແບກຫາບຄວາມຮັບຜິດຊອບອັນຄວນຂອງຕົນຢ່າງແທ້ຈິງ, ນຳໃຊ້ມາດຕະການຢ່າງຈິງຈັງ ເພື່ອຊຸກຍູ້ ແລະ ຮັບປະກັນສິດທິມະນຸດຂອງຊົນເຜົ່າພື້ນເມືອງ, ມອບຄວາມຍຸຕິທຳ ແລະ ຄວາມເປັນທຳທາງປະຫວັດສາດທີ່ລ່າຊ້າຄືນໃຫ້ແກ່ຊົນເຜົ່າພື້ນເມືອງ.