ສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 73 ປີ, ລັດຖະບານຈີນຈັດງານລ້ຽງສະຫຼອງວັນຊາດ

2022-10-01 16:28:52 cri


ຕອນຄ່ຳວັນທີ 30 ກັນຍານີ້, ລັດຖະບານຈີນໄດ້ຈັດງານລ້ຽງສະຫຼອງວັນຊາດຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ເພື່ອສະເຫຼີມສະຫຼອງ ສາທາລະນະລັດປະຊາຊົນຈີນ ສະຖາປະນາຂຶ້ນຄົບຮອບ 73 ປີຢ່າງຄຶກຄື້ນມ່ວນຊື່ນ.


ທ່ານສີຈີ້ນຜິງ, ທ່ານຫຼີເຄີ້ສຽງ, ທ່ານລີ້ຈ້ານຊູ່, ທ່ານວ່າງຢາງ, ທ່ານວາງຮູ້ນີງ, ທ່ານຈ້າວເລີ້ຈີ້, ທ່ານຮານເຈີ້ງ, ທ່ານວາງຊີຊ່ານ ແລະຜູ້ນຳພັກ ລັດທ່ານອື່ນໆ ຮ່ວມກັບແຂກຜູ້ມີກຽດທັງພາຍໃນແລະຕ່າງປະເທດເກືອບ 500 ທ່ານ ໄດ້ເຕົ້າໂຮມກັນ ເພື່ອສະເຫຼີມສະຫຼອງວັນຊາດຈີນຢ່າງຄຶກຄື້ນມ່ວນຊື່ນ.


ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນກ່າວຄຳປາໄສວ່າ, ເນື່ອງໃນໂອກາດວັນຊາດຈີນ, ທ່ານຕາງໜ້າສູນກາງພັກແລະລັດຖະບານຈີນ ຝາກຄວາມອວຍພອນໄປຍັງປະຊາຊົນບັນດາເຜົ່າທົ່ວປະເທດຈີນ, ຝາກຄວາມຢື້ຢາມຖາມຂ່າວທີ່ອົບອຸ່ນໄປຍັງພີ່ນ້ອງຮ່ວມຊາດຢູ່ເຂດຮົງກົງ, ເຂດມາກາວ, ເຂດໄຕ້ຫວັນຈີນ ແລະຄົນຈີນແລະຈີນຕ່າງດ້າວທີ່ຢູ່ຕ່າງປະເທດ, ພ້ອມທັງສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ຕໍ່ເພື່ອນມິດຕ່າງປະເທດ ທີ່ເອົາໃຈໃສ່ແລະສະໜັບສະໜູນພາລະກິດສ້າງສາທັນສະໄໝຂອງຈີນ.