ວິສາຫະກິດທີ່ເພີ່ມໃໝ່ຢູ່ທ່າການຄ້າເສລີໄຫຫຼຳຈີນໃນ 2 ປີຜ່ານມາໄດ້ເພີ່ມຂຶ້ນຫຼາຍກວ່າ 1 ລ້ານແຫ່ງ

2022-10-02 15:30:04 cri

      ນັບແຕ່ໄດ້ປະຕິບັດ “ແຜນການສັງລວມກ່ຽວກັບການສ້າງທ່າການຄ້າເສລີໄຫຫຼຳ” ເປັນເວລາສອງປີມານີ້, ວິສາຫະກິດໄດ້ມີຄວາມສົນໃຈຫຼາຍທີ່ສຸດຕໍ່ການລົງທຶນຢູ່ທ່າການຄ້າເສລີໄຫຫຼຳ, ຈຳນວນວິສາຫະກິດທີ່ເຂົ້າສູ່ຕະຫຼາດໄຫຫຼຳໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ໃນ 2 ປີຜ່ານມາ, ວິສາຫະກິດທີ່ເພີ່ມໃໝ່ໄດ້ມີຫຼາຍກວ່າ 1 ລ້ານແຫ່ງ,ຄວາມໄວຂອງການເຕີບໂຕໄດ້ຮັກສາຢູ່ໃນອັນດັບໜຶ່ງໃນຂອບເຂດທົ່ວປະເທດພາຍໃນເວລາ 28 ເດືອນ. ນັບມາຮອດທ້າຍເດືອນສິງຫາປີນີ້, ວິສາຫະກິດລວມທັງໝົດໄດ້ມີຫຼາຍກວ່າ 2 ລ້ານແຫ່ງແລ້ວ.