ປະທານາທິບໍດີຕັງຊານີກ່າວວ່າ:ຫວັງວ່າສາມາດລົງເລິກການພົວພັນທີ່ມີໄມຕີຈິດມິດຕະພາບກັບຈີນຢ່າງບໍ່ຢຸດຢັ້ງ

2022-10-04 15:24:58 cri

      ຫວ່າງກ່ອນນີ້ບໍ່ດົນ, ທ່ານນາງ ຊາມີອາ ຊູລູຮູ ຮາຊັນ ປະທານາທິບໍດີຕັງຊານີກ່າວວ່າ: ປະເທດຕົນຫວັງວ່າສາມາດລົງເລິກການພົວພັນທີ່ມີໄມຕີຈິດມິດຕະພາບກັບຈີນຢ່າງບໍ່ຢຸດຢັ້ງ,ຮັດແໜ້ນການໄປມາຫາສູ່ກັນລະຫວ່າງການນຳຂອງສອງປະເທດຕື່ມອີກ,ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຕັງຊານີກັບຈີນໃຫ້ກ້າວຂຶ້ນສູ່ລະດັບໃໝ່.

      ທ່ານນາງ ຊາມີອາ ຊູລູຮູ ຮາຊັນ ແມ່ນໄດ້ໃຫ້ທັດສະນະດັ່ງກ່າວໃນເວລາຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານນາງ ເຊີນມິງຈ້ຽນ ເອກອັກຄະລັດຖະທູດຈີນປະຈຳຕັງຊານີຢູ່ທຳນຽບປະທານາທິບໍດີດາເຣສຊາລາມ. ທ່ານນາງ ຊາມີອາ ຊູລູຮູ ຮາຊັນ ໄດ້ຍ້ອງຍໍຜົນງານທີ່ຍິ່ງໃຫຍ່ທີ່ຈີນໄດ້ຮັບໃນພາລະກິດການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ,ໄດ້ຕີລາຄາສູງຕໍ່ຄວາມໝາຍທີ່ສຳຄັນຂອງຂໍ້ລິເລີ່ມກ່ຽວກັບການພັດທະນາຂອງໂລກແລະຂໍ້ລິເລີ່ມກ່ຽວກັບຄວາມໝັ້ນຄົງຂອງໂລກທີ່ສະເໜີໂດຍຈີນໃນການຊຸກຍູ້ການພັດທະນາແລະສັນຕິພາບຂອງໂລກ.

      ທ່ານນາງ ເຊີນມິງຈ້ຽນ ກ່າວວ່າ: ຈີນຍິນດີເພີ່ມທະວີການຕິດຕໍ່ພົວພັນທາງດ້ານນະໂຍບາຍແລະການເຊື່ອມຕໍ່ທາງດ້ານຍຸດທະສາດກັບຝ່າຍຕັງຊານີ,ລົງເລິກການຮ່ວມມືທີ່ມີໄມຕີຈິດມິດຕະພາບຢ່າງຮອບດ້ານ,ຊຸກຍູ້ການພົວພັນລະຫວ່າງຈີນ-ຕັງຊານີໃຫ້ກ້າວຂຶ້ນສູ່ລະດັບໃໝ່.