PMI ທົ່ວໂລກຫຼຸດລົງຢ່າງລຽນຕິດ

2022-10-07 10:42:41 CRI

    ວັນທີ 6 ຕຸລານີ້, ສະຫະພັນຈໍລະຈອນສິນຄ້າແລະຈັດຊື້ຂອງຈີນໄດ້ປະກາດດັດຊະນີຜູ້ຈັດການຈັດຊື້ ຫຼື PMI ໃນດ້ານຂະແໜງການຜະລິດທົ່ວໂລກ.ເຊິ່ງສະແດງໃຫ້ເຫັນວ່າ,ຕົວເລກຂໍ້ມູນດັ່ງກ່າວໄດ້ຫຼຸດລົງເປັນເວລາ 4 ເດືອນຢ່າງລຽນຕິດ, ເສດຖະກິດທົ່ວໂລກຈະສືບຕໍ່ຮັກສາທ່າອ່ຽງທີ່ເຕີບໂຕຊັກຊ້າ.

 

    PMI ໃນດ້ານຂະແໜງການຜະລິດທົ່ວໂລກໃນເດືອນກັນຍາແລ້ວນີ້ແມ່ນ 50,3%, ໄດ້ຫຼຸດລົງ 0,6% ເມື່ອທຽບໃສ່ເດືອນສິງຫາຜ່ານມາ ແລະ ໄດ້ຫຼຸດລົງເປັນເວລາ 4 ເດືອນຢ່າງລຽນຕິດ ເຊິ່ງເປັນລະດັບຕ່ຳສຸດນັບແຕ່ເດືອນກໍລະກົດປີ 2020 ເປັນຕົ້ນມາ.




    ທ່ານຊວີຮົງຊາຍ ຮອງຫົວໜ້າຄະນະນະໂຍບາຍເສດຖະກິດຂອງສະຖາບັນຄົ້ນຄວ້າວິທະຍາສາດນະໂຍບາຍຈີນກ່າວວ່າ: PMI ໃນດ້ານຂະແໜງການຜະລິດທົ່ວໂລກຫຼຸດລົງຢ່າງລຽນຕິດ, ໄດ້ສ່ອງແສງໃຫ້ເຫັນວ່າ, ເສດຖະກິດໂລກກຳລັງຜະເຊີນໜ້າກັບຄວາມກົດດັນອັນໃຫຍ່ຫຼວງທີ່ຈະຊຸດໂຊມລົງ.ອາເມຣິກາປະຕິບັດນະໂຍບາຍເພີ່ມດອກເບ້ຍຢ່າງຮຸນແຮງ ໄດ້ສ້າງຜົນກະທົບທາງລົບຕໍ່ລະບົບການເງິນຂອງໂລກ, ລະບົບການເງິນຂອງກຸ່ມເສດຖະກິດຈະເລີນໃໝ່ທີ່ອ່ອນແອຈຳນວນໜຶ່ງໄດ້ເກີດມີການສັ່ນສະເທືອນຢ່າງຮຸນແຮງເສດຖະກິດໂລກເຕັມໄປດ້ວຍຄວາມບໍ່ແນ່ນອນ, ຄວາມສ່ຽງທີ່ເສດຖະກິດທົ່ວໂລກຈຶ້ງເຟີ້ ຈົນກະທັ້ງຊຸດໂຊມລົງນັ້ນກຳລັງເພີ່ມສູງຂຶ້ນ.