ໄພນ້ຳຖ້ວມຂອງໄທໄດ້ເຮັດໃຫ້ 3 ຄົນເສຍຊີວິດ ຄວາມເສຍຫາຍດ້ານກະສິກຳບັນລຸເຖິງ 3 ຕື້ບາດ

2022-10-07 10:33:41 CRI


    ຕາມສະຖິຕິ, ມາຮອດວັນທີ 5 ຕຸລານີ້, ໄພນ້ຳຖ້ວມຂອງໄທໄດ້ເຮັດໃຫ້ 3 ຄົນເສຍຊີວິດ, 2 ຄົນບາດເຈັບ, ຄວາມເສຍຫາຍດ້ານກະສິກຳບັນລຸເຖິງ 3 ຕື້ບາດ.

 

ຂ່າວແຈ້ງວ່າ,4 ໝື່ນກວ່າຄອບຄົວໃນ 30 ແຂວງຂອງໄທໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ. ເຂດພາກເໜືອ, ພາກຕາເວັນອອກສຽງເໜືອ ແລະ ເຂດສ່ວນໜຶ່ງຂອງແຂວງພຣະນະຄອນສີອະຍຸທະຍາທີ່ພາກກາງຂອງໄທໄດ້ປະສົບໄພຢ່າງໜັກໜ່ວງ, ໃນບໍ່ເທົ່າໃດມື້ຕໍ່ໜ້າ ນະຄອນຫຼວງບາງກອງກໍ່ຈະມີຝົນຕົກແຮງເຊັ່ນກັນ.