ສ.ເກົາຫຼີຮຽກຮ້ອງໃຫ້ປະຊາຄົມໂລກປຶກສາຫາລືແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນ

2022-10-09 15:31:49 CRI

ກອງປະຊຸມ “ສົນທິສັນຍາລອນດອນວ່າດ້ວຍການປ້ອງກັນມົນລະພິດທາງທະເລຈາກການຖອກເທສິ່ງເສດເຫຼືອ ແລະ ສານອື່ນໆ” ຫຼື LDC ພ້ອມອະນຸສັນຍາຂອງສົນທິສັນຍາດັ່ງກ່າວ ໄດ້ຈັດຂຶ້ນຢູ່ນະຄອນຫຼວງລອນດອນປະເທດອັງກິດ ລະຫວ່າງວັນທີ 3 ຫາ 7 ຕຸລານີ້. ໃນໄລຍະຈັດກອງປະຊຸມ, ເຈົ້າໜ້າທີ່ ສ.ເກົາຫຼີກ່າວວ່າ: ແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນ ອາດຈະສ້າງຜົນກະທົບທາງລົບຢ່າງໜັກໜ່ວງຕໍ່ຄວາມປອດໄພຂອງຜະລິດຕະພັນສິນໃນນ້ຳ, ສຸຂະພາບຮ່າງກາຍຂອງມວນຊົນ ແລະ ສິ່ງແວດລ້ອມນິເວດຂອງປະເທດອ້ອມຂ້າງ ພ້ອມທັງຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງດຳເນີນການປຶກສາຫາລືຕໍ່ເລື່ອງນີ້.

ເດືອນເມສາປີ 2021, ລັດຖະບານຍີ່ປຸ່ນຕົກລົງຢ່າງເປັນທາງການວ່າ: ຈະກັ່ນຕອງ ແລະ ທຳຄວາມຈາງໃຫ້ນ້ຳປົນເປື້ອນລັງສີນິວເຄລຍລ້ານກວ່າໂຕນໃນໂຮງໄຟຟ້ານິວເຄລຍຟຸຄຸຊິມະເລກ 1 ແລ້ວປ່ອຍລົງສູ່ທະເລ ທັງຈະປ່ອຍອັນທີ່ເອີ້ນວ່າ: ນ້ຳປົນເປື້ອນລັງສີນິວເຄລຍ “ທີ່ຫຼຸດລະດັບປົນເປື້ອນວັດຖຸກຳມັນຕະພາບລັງສີໄດ້ຕາມມາດຕະຖານ” ລົງສູ່ມະຫາສະໝຸດປາຊີຟິກຢ່າງຖາວອນ ແຕ່ລະດູໃບໄມ້ປົ່ງປີ 2023 ເປັນຕົ້ນໄປ.

ລັດຖະບານຍີ່ປຸ່ນຕົກລົງແຕ່ຝ່າຍດຽວຈະປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ, ການກະທຳດັ່ງກ່າວໄດ້ຖືກປະຊາຄົມໂລກ ໂດຍສະເພາະຖືກຝ່າຍທີ່ໄດ້ຮັບຜົນກະທົບກ່າວສົງໄສ ແລະ ຄັດຄ້ານຢ່າງກວ້າງຂວາງ ເຊິ່ງເຮັດໃຫ້ພາຍໃນປະເທດຍີ່ປຸ່ນກໍເກີດມີຄວາມເປັນຫ່ວງຢ່າງຮຸນແຮງເຊັ່ນດຽວກັນ.