ຈີນຈະປະກອບສ່ວນພະລັງທາງບວກຫຼາຍກວ່າເກົ່າໃຫ້ກັບການເຕີບໂຕຂອງເສດຖະກິດໂລກ

2022-10-10 16:35:05 cri


   ໃນເວລາຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 9 ຕຸລານີ້,ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳສະພາບການປະກອບສ່ວນຂອງຈີນເຂົ້າໃນການເຕີບໂຕຂອງເສດຖະກິດໂລກໃນ ເກືອບ 10 ປີຜ່ານມານີ້,ໂດຍກ່າວວ່າ ປະເທດຈີນຈະປະກອບສ່ວນພະລັງທາງບວກຫຼາຍກວ່າເກົ່າເຂົ້າໃນການເຕີບໂຕທີ່ແຂງແຮງ ແບບຍືນຍົງ ດຸນດ່ຽງແລະ ແບບເປີດກວ້າງຂອງເສດຖະກິດໂລກ.



   ອີງຕາມບົດລາຍງານທີ່ອົງການສະຖິຕິແຫ່ງຊາດຈີນເຜີຍແຜ່ໃນຫວ່າງມໍ່ໆນີ້, ອັດຕາປະກອບສ່ວນສະເລ່ຍຂອງຈີນເຂົ້າໃນການເຕີບໂຕຂອງເສດຖະກິດໂລກໃນເກືອບ 10 ປີຜ່ານມານີ້ເປັນອັນດັບໜຶ່ງຂອງໂລກ.ໂດຍຢູ່ຕໍ່ໜ້າຄວາມບໍ່ໝັ້ນຄົງ ແລະຄວາມບໍ່ແນ່ນອນຂອງສະພາບການເສດຖະກິດໂລກໄດ້ເພີ່ມຂຶ້ນ,ໂດຍສະເພາະແມ່ນພາຍໃຕ້ຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19,ເສດຖະກິດຈີນໄດ້ຮັກສາການເຕີບໂຕຢ່າງໝັ້ນທ່ຽງໂດຍໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າ ໃນການຟື້ນຟູຂອງເສດຖະກິດໂລກ.



  ທ່ານນາງໝາວໜິງແນະນຳໃຫ້ຮູ້ວ່າ,ໃນເກືອບ 10 ປີມານີ້,ອັດຕາການເຕີບໂຕ ທີ່ຄິດສະເລ່ຍຂອງເສດຖະກິດຈີນແມ່ນ 6,6%, ເຊິ່ງຢູ່ແຖວໜ້າຂອງປະເທດ ເສດຖະກິດຕົ້ນຕໍຂອງໂລກ,ຫຼາຍກວ່າລວມຍອດອັດຕາການປະກອບສ່ວນຂອງ ປະເທດກຸ່ມ G7.ປີກາຍນີ້,ລວມຍອດຜະລິດຕະພັນພາຍໃນປະເທດຫຼື GDP ຂອງຈີນກວມອັດຕາສ່ວນລວມຍອດເສດຖະກິດຂອງໂລກມີເຖິງ 18,5%.ຍອດ ມູ່ນຄ່າການຄ້າພາຍນອກຂອງຈີນເມື່ອປີກາຍນີ້ແມ່ນ 6.900 ຕື້ິໂດລາສະຫະລັດ, ທຽບກັບ 10 ປີກ່ອນໄດ້ເພີ່ມຂຶ້ນ 56,8%,ຈີນເປັນປະເທດເສດຖະກິດໃຫຍ່ ອັນດັບສອງແລະເປັນປະເທດການຄ້າໃຫຍ່ອັນດັບໜຶ່ງຂອງໂລກຢ່າງໝັ້ນທ່ຽງ.