ເລຂາທິການໃຫຍ່ອົງການສະຫະປະຊາຊາດຮຽກຮ້ອງໃຫ້ສົ່ງກອງກຳລັງສາກົນສະເພາະດ້ານໄປໄຮຕີ

2022-10-10 14:43:05 CRI


ວັນທີ 9 ຕຸລານີ້, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປະຊາຄົມໂລກພິຈາລະນາສົ່ງ ກອງກຳລັງສາກົນສະເພາະດ້ານໄປໄຮຕີໂດຍດ່ວນ, ເພື່ອຮັບມືກັບວິກິດການດ້ານມະນຸດສະທຳທີ່ໄຮຕີພວມປະເຊີນໜ້າຢູ່.

 

ມື້ດຽວກັນ, ທ່ານສະຕີແຟນ ດູຈາຣິກ ໂຄສົກເລຂາທິການໃຫຍ່ອົງການສະຫະປະຊາຊາດອອກຖະແຫຼງການວ່າ, ທ່ານກູເຕີເຣັສມີຄວາມເປັນຫ່ວງຢ່າງໃຫຍ່ຫຼວງຕໍ່ສະຖານະການຢູ່ໄຮຕີ, ສະຖານະການຄວາມໝັ້ນຄົງຂອງໄຮຕີຊຸດໂຊມລົງຢ່າງຮ້າຍແຮງເຮັດໃຫ້ການບໍລິຫານຂອງປະເທດຢຸດສະງັກ, ໃນຂະນະດຽວກັນນັ້ນຍັງໄດ້ເກີດມີການແຜ່ລະບາດຂອງພະຍາດອະຫິວາ. ທ່ານກູເຕີເຣັສຮຽກຮ້ອງໃຫ້ປະຊາຄົມໂລກ ເຊິ່ງລວມທັງສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດພິຈາລະນາຄວາມຮຽກຮ້ອງຂອງລັດຖະບານໄຮຕີໂດຍດ່ວນ, ໃຫ້ສົ່ງກອງກຳລັງສາກົນສະເພາະດ້ານໄປໄຮຕີໃນທັນທີ, ເພື່ອຮັບມືກັບວິກິດການດ້ານມະນຸດສະທຳທີ່ໄຮຕີພວມປະເຊີນໜ້າຢູ່.