ຈີນຍິນດີທີ່ໄດ້ເຫັນຄົນນັບມື້ນັບຫຼາຍເຂົ້າໃຈແລະສະໜັບສະໜູນ “ການໂຮມເຂົ້າເປັນເອກະພາບກັນໂດຍສັນຕິ ປະເທດດຽວສອງລະບອບ”

2022-10-10 12:39:23 cri


ຕໍ່ກັບຄຳເວົ້າກ່ຽວກັບໄຕ້ຫວັນຂອງທ່ານເອລອນ ຣິຟ ມັສ ຜູ້ກໍ່ຕັ້ງບໍລິສັດເທສະລາ ທີ່ກ່າວໃນ ຫວ່າງມໍ່ໆນີ້, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຮັບໃນກອງປະຊຸມ ຖະແຫຼງຂ່າວໃນວັນທີ 9 ຕຸລານີ້ວ່າ: ຈີນ ຫວັງແລະຍິນດີທີ່ໄດ້ເຫັນຄົນນັບມື້ນັບຫຼາຍເຂົ້າໃຈແລະ ສະໜັບສະໜູນ “ການໂຮມເຂົ້າເປັນເອກະພາບກັນໂດຍສັນຕິ ປະເທດດຽວສອງລະບອບ”.



ທ່ານນາງໝາວໜິງກ່າວວ່າ: ກົກເຄົ້າທີ່ພາໃຫ້ສະຖານະການຢູ່ສອງຝັ່ງຊ່ອງແຄບໄຕ້ຫວັນເຄັ່ງຕຶງປັ່ນປ່ວນໃນປັດຈຸບັນນີ້, ແມ່ນຍ້ອນຜູ້ກຳອຳນາດພັກມິນຈິ້ນຕັງສົມຮູ້ຮ່ວມຄິດກັບອິດທິກຳລັງພາຍນອກດຳເນີນການທ້າທາຍເກາະຜິດເພື່ອສະແຫວງຫາຄວາມເປັນເອກະລາດ. ມີແຕ່ເດັດດ່ຽວສະກັດກັ້ນການແບ່ງແຍກໄຕ້ຫວັນເປັນເອກະລາດ, ຄັດຄ້ານການແຊກແຊງຈາກອິດທິກຳລັງພາຍນອກເທົ່ານັ້ນຈຶ່ງສາມາດຮັກສາສັນຕິພາບແລະສະຖຽນລະພາບຂອງສອງຝັ່ງຊ່ອງແຄບໄຕ້ຫວັນໄດ້.



“ຂ້າພະເຈົ້າຍິນດີກ່າວເນັ້ນໜັກແລະຊີ້ໃຫ້ເຫັນວ່າ: ການໂຮມເຂົ້າເປັນເອກະພາບກັນໂດຍ ສັນຕິ ປະເທດດຽວສອງລະບອບ ແມ່ນທິດທາງພື້ນຖານຂອງພວກເຮົາໃນການແກ້ໄຂບັນຫາໄຕ້ຫວັນ, ແມ່ນແບບວິທີທີ່ດີທີ່ສຸດໃນການບັນລຸການໂຮມປະເທດຊາດເຂົ້າເປັນເອກະພາບກັນ. ພາຍໃຕ້ເງື່ອນໄຂເບື້ອງຕົ້ນທີ່ຮັບປະກັນອະທິປະໄຕ ຄວາມໝັ້ນຄົງແລະຜົນປະໂຫຍດດ້ານການພັດທະນາຂອງປະເທດຊາດ, ໄຕ້ຫວັນສາມາດປະຕິບັດການປົກຄອງໂດຍຕົນເອງໃນລະດັບສູງ ໃນຖານະເປັນເຂດບໍລິຫານພິເສດ, ລະບອບສັງຄົມແລະແບບວິທີດຳລົງຊີວິດແລະອື່ນໆຂອງພີ່ ນ້ອງຮ່ວມຊາດໄຕ້ຫວັນຈະໄດ້ຮັບການເຄົາລົບຢ່າງເຕັມສ່ວນ, ສິດປະໂຫຍດທີ່ຖືກຕ້ອງຕາມກົດ ໝາຍຂອງພີ່ນ້ອງຮ່ວມຊາດໄຕ້ຫວັນຈະໄດ້ຮັບການປະກັນຢ່າງເຕັມສ່ວນ.ການໂຮມເຂົ້າເປັນເອກະພາບກັນຂອງຈີນຈະບໍ່ທຳລາຍຜົນປະໂຫຍດທີ່ຊອບທຳຂອງປະເທດໃດໆ, ມີແຕ່ຈະສ້າງໂອກາດ ການພັດທະນາຫຼາຍກວ່າເກົ່າໃຫ້ກັບບັນດາປະເທດ,ແລະສ້າງພະລັງທາງບວກຫຼາຍກວ່າເກົ່າໃຫ້ກັບຄວາມຈະເລີນຮຸ່ງເຮືອງຂອງພາກພື້ນອາຊີປາຊິຟິກແລະຂອງໂລກເທົ່ານັ້ນ.”