ຈີນເລັ່ງລັດສ້າງກົນໄກຊ່ວຍເຫຼືອສຸຂະພາບທາງຈິດໃຈໃຫ້ແກ່ຊາວໜຸ່ມເຍົາວະຊົນ

2022-10-10 14:38:13 CRI


 ວັນທີ 10 ຕຸລາແມ່ນວັນສຸຂະພາບທາງຈິດໃຈຂອງໂລກ, ຫົວຂໍ້ປີນີ້ແມ່ນ “ສ້າງສະພາບແວດລ້ອມທີ່ດີ ຮ່ວມກັນຊ່ວຍສ້າງສຸຂະພາບທາງຈິດໃຈ”.



 

ໃນຊຸມປີມໍ່ໆມານີ້, ບັນຫາສຸຂະພາບທາງຈິດໃຈຂອງຊາວໜຸ່ມເຍົາວະຊົນໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ. ໂດຍແນໃສ່ແກ້ໄຂບັນຫາສຸຂະພາບທາງຈິດໃຈຂອງຊາວໜຸ່ມເຍົາວະຊົນ, ພາກສ່ວນຕ່າງໆຂອງຈີນໄດ້ສ້າງກົນໄກຊ່ວຍເຫຼືອແບບສັງລວມໂດຍມີຄອບຄົວ ໂຮງຮຽນ ອົງການປິ່ນປົວ ແລະ ເຂດຊຸມຊົນປະສານສົມທົບກັນ, ເຊິ່ງໄດ້ຍົກສູງຄວາມເຂົ້າເຖິງໄດ້ ແລະ ລັກສະນະມືອາຊີບຂອງການບໍລິການສຸຂະພາບທາງຈິດໃຈຂອງຊາວໜຸ່ມເຍົາວະຊົນ.

 

ສູນສຸຂະພາບທາງຈິດໃຈແຫ່ງຊາດຈີນຮ່ວມກັບສະຖາບັນສຶກສາຊັ້ນສູງ 9 ແຫ່ງໄດ້ຈັດກິດຈະກຳ “ສຸຂະພາບທາງຈິດໃຈຢູ່ໂຮງຮຽນ”, ໂດຍສົ່ງເສີມແນວຄວາມຄິດຮັກສາສຸຂະພາບທາງຮ່າງກາຍ ແລະ ຈິດໃຈໄປຄຽງຄູ່ກັນ, ທັງຮຽກຮ້ອງໃຫ້ວົງການຕ່າງໆຂອງສັງຄົມຖືເອົາບຸກຄົນ ແລະ ຄອບຄົວເປັນຫົວໜ່ວຍພື້ນຖານ, ສ້າງກົນໄກປະສານສົມທົບກັນໂດຍມີສ່ວນຮ່ວມຂອງລັດຖະບານ, ສັງຄົມ ແລະ ຄອບຄົວຢ່າງເປັນເອກະພາບກັນ.