ນາຍົກລັດຖະມົນຕີມະເລເຊຍປະກາດຍຸບລັດຖະສະພາ

2022-10-10 16:44:19 CRI


ວັນທີ 10 ຕຸລານີ້, ທ່ານອິສເມວ ຊາບຣີ ນາຍົກລັດຖະມົນຕີມະເລເຊຍໄດ້ກ່າວຄຳປາໄສຜ່ານທາງໂທລະພາບຕໍ່ທົ່ວປະເທດໂດຍມີເນື້ອໃນວ່າ, ນັບແຕ່ມື້ນີ້ເປັນຕົ້ນໄປລັດຖະສະພາຈະຖືກຍຸບຢ່າງເປັນທາງການ.

 

ອີງຕາມລັດຖະທຳມະນູນຂອງມະເລເຊຍ, ຫຼັງຈາກລັດຖະສະພາຖືກຍຸບແລ້ວ, ມະເລເຊຍຈະເລີ່ມຕົ້ນການເລືອກຕັ້ງທົ່ວໄປຄັ້ງທີ 15 ພາຍໃນເວລາ 60 ວັນ.