ປະທານາທິບໍດີຣັດເຊຍກ່າວວ່າ: ເຫດການລະເບີດຂົວໄຄຣເມຍ ແມ່ນການໂຈມຕີແບບກໍ່ການຮ້າຍທີ່ອູແກຣນວາງແຜນ

2022-10-10 12:57:03 cri


ວັນທີ 9 ຕຸລານີ້, ຫຼັງຈາກໄດ້ຮັບຟັງຜົນການສືບສວນເຫດການລະເບີດຂົວໄຄຣເມຍຂອງທ່ານອາເລຊັນເດີ ບາສຊິກິນ ປະທານຄະນະກຳມະການສືບສວນຣັດເຊຍ ແລ້ວ, ທ່ານວູຣາດີເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວວ່າ: ເຫດການລະເບີດຂົວໄຄຣເມຍທີ່ເກີດຂຶ້ນໃນວັນທີ 8 ຕຸລານີ້ ແມ່ນພາກສ່ວນນັກສືບອູແກຣນເປັນຜູ້ວາງແຜນແລະປະຕິບັດ, ນີ້ແມ່ນການໂຈມຕີແບບກໍ່ການຮ້າຍຄັ້ງໜຶ່ງທີ່ແນໃສ່ສິ່ງກໍ່ສ້າງພື້ນຖານໂຄງລ່າງພົນລະເຮືອນ.

ທ່ານອາເລຊັນເດີ ບາສຊິກິນ ໄດ້ລາຍງານຜົນການສືບສວນເຫດການລະເບີດຂົວໄຄຣເມຍຕໍ່ທ່ານປູຕິນວ່າ: ພະນັກງານສືບສວນຂອງຣັດເຊຍໄດ້ກຳນົດເສັ້ນທາງການເດີນທາງຂອງລົດບັນທຸກທີ່ເກີດການລະເບີດ ແລະຜູ້ຮັບຜິດຊອບລົດ ທັງໄດ້ກຳນົດຜູ້ຖືກສົງໄສເປັນຜູ້ວາງແຜນ ແລະດຳເນີນການໂຈມຕີ.