ປະທານາທິບໍດີເບລາຣຸດກ່າວວ່າ: ຝ່າຍຕາເວັນຕົກຍຸຍົງອູແກຣນລາກເອົາເບລາຣຸດເຂົ້າໃນສົງຄາມ

2022-10-11 15:08:28 cri


ວັນທີ 10 ຕຸລາ 2022, ທ່ານລູກາເຊັນໂກ ປະທານາທິບໍດີເບລາຣຸດກ່າວວ່າ: ເບລາຣຸດກັບຣັດເຊຍຈະຈັດວາງກອງທະຫານພິເສດຮ່ວມກັນ ເພື່ອຮັບມືກັບສະຖານະການຢູ່ຊາຍແດນພາກຕາເວັນຕົກຂອງເບລາຣຸດທີ່ເຄັ່ງຕຶງຂຶ້ນຕື່ມ. ທ່ານລູກາເຊັນໂກກ່າວເນັ້ນໜັກວ່າ: ຝ່າຍຕາເວັນຕົກຍຸຍົງໃຫ້ອູແກຣນເປີດແນວຮົບທີສອງຢູ່ຊາຍແດນເບລາຣຸດ ເພື່ອລາກເອົາເບລາຣຸດເຂົ້າໃນສົງຄາມທີ່ໄຮ້ຄວາມໝາຍ, ເຊິ່ງຈະສາມາດຕໍ່ຕ້ານຣັດເຊຍແລະເບລາຣຸດພ້ອມກັນ.

ມື້ດຽວກັນ, ທ່ານວິກຕໍ ເຄຣນິນ ລັດຖະມົນຕີກະຊວງປ້ອງກັນປະເທດເບລາຣຸດກ່າວວ່າ: ຂໍພຽງແຕ່ປະເທດໃກ້ຄຽງບໍ່ໃຊ້ມາດຕະການທີ່ຜິດພາດຈົນເຮັດໃຫ້ເບລາຣຸດຕຶງຄຽດ, ເບລາຣຸດຈະບໍ່ກໍ່ສົງຄາມກັບປະເທດໃກ້ຄຽງ. ທ່ານເຄຣນິນກ່າວເນັ້ນໜັກວ່າ: ເບລາຣຸດພິຈາລະນາແຕ່ແຜນການປ້ອງກັນເທົ່ານັ້ນ ເພື່ອຮັບມືກັບການໂຈມຕີທີ່ອາດຈະເກີດຂຶ້ນ.