ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງທ່ານວານເດີ ເບເລນໄດ້ຮັບເລືອກຕັ້ງເປັນປະທານາທິບໍດີໂອຕຣິສອີກສະໄໝໜຶ່ງຕິດຕໍ່ກັນ

2022-10-11 14:01:59 CRI

ວັນທີ 10 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍຕໍ່ທ່ານອາເລັກຊັນເດີ ວານເດີ ເບເລນ ເນື່ອງໃນໂອກາດທີ່ທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີໂອຕຣິສອີກສະໄໝໜຶ່ງຕິດຕໍ່ກັນ.

 

ໃນສານຊົມເຊີຍຂອງທ່ານສີຈິ້ນຜິງມີເນື້ອໃນວ່າ, ຂ້າພະເຈົ້າໃຫ້ຄວາມສຳຄັນຢ່າງສູງຕໍ່ການພົວພັນຈີນ-ໂອຕຣິສ, ຍິນດີຮ່ວມມືກັບທ່ານປະທານາທິບໍດີວານເດີ ເບເລນ, ພະຍາຍາມຊຸກຍູ້ການພົວພັນຄູ່ຍຸດທະສາດຖານໄມຕີຈິດມິດຕະພາບຈີນ-ໂອຕຣິສໃຫ້ໄດ້ຮັບຄວາມຄືບໜ້າໃໝ່ເພື່ອສ້າງຄວາມສຸກໃຫ້ແກ່ສອງປະເທດ ແລະ ປະຊາຊົນສອງຊາດ.