ສື່ມວນຊົນອາເມຣິກາລາຍງານວ່າ: ສະພາບການແຜ່ລະບາດຂອງພະຍາດໝາກສຸກລີງ ໄດ້ເຜີຍແບສະພາບການທີ່ບໍ່ຍຸຕິທຳທາງເຊື້ອຊາດຜິວພັນຢູ່ອາເມຣິກາ

2022-10-11 09:35:14 cri


ໃນມໍ່ໆນີ້, ສື່ມວນຊົນອາເມຣິກາລາຍງານວ່າ: ນັບແຕ່ສະພາບການແຜ່ລະບາດຂອງພະຍາດໝາກສຸກລີງ ເກີດຂຶ້ນເປັນຕົ້ນມາ, ຈຳນວນຄົນອາເມຣິກາເຊື້ອສາຍລາຕິນທີ່ຕິດເຊື້ອພະຍາດມີຫຼາຍກວ່າຄົນຜິວຂາວຢ່າງພົ້ນເດັ່ນ, ແຕ່ອັດຕາການສັກວັກຊີນຂອງເຂົາເຈົ້າພັດຕ່ຳກວ່າຄົນຜິວຂາວຫຼາຍ. ນີ້ໄດ້ເຜີຍແບສະພາບການທີ່ບໍ່ຍຸຕິທຳທາງເຊື້ອຊາດຜິວພັນໃນດ້ານການບໍລິການທາງການແພດຢູ່ອາເມຣິກາ.

ຂໍ້ມູນດ້ານສະຖິຕິສະແດງໃຫ້ເຫັນວ່າ: ເຖິງວ່າອັດຕາຜູ້ເປັນພະຍາດໝາກສຸກລີງ ໃນທຸກອາທິດຂອງຄົນຜິວຂາວອາເມຣິອາມີບໍ່ຮອດ 30%, ແຕ່ວັກຊີນເຂັມທຳອິດມີເກືອບ 50% ແມ່ນສັກໃຫ້ຄົນຜິວຂາວ. ພ້ອມກັນນັ້ນ, ອັດຕາການສັກວັກຊີນຂອງຄົນອາເມຣິກາເຊື້ອສາຍລາຕິນມີພຽງ 20% ເທົ່ານັ້ນ.

ຜູ້ຊ່ຽວຊານສາທາລະນະສຸກອາເມຣິກາກ່າວວ່າ: ການປະກັນໄພທາງການແພດ ແລະ ການນຳໃຊ້ອິນເຕີເນັດຂອງກຸ່ມຄົນອາເມຣິກາເຊື້ອສາຍລາຕິນລ້ວນແຕ່ມີອັດຕາປົກຄຸມຕ່ຳກວ່າຄົນຜິວຂາວ ແລະຍ້ອນວ່າຂໍ້ມູນທີ່ໃຊ້ພາສາແອສປາຍທີ່ສູນການຄວບຄຸມພະຍາດອາເມຣິກາເຜີຍແຜ່ນັ້ນມີໜ້ອຍ, ຈຶ່ງເຮັດໃຫ້ກຸ່ມຄົນດັ່ງກ່າວບໍ່ສາມາດເຂົ້າເຖິງຂໍ້ມູນກ່ຽວກັບການປ້ອງກັນພະຍາດໝາກສຸກລີງ ແລະບໍ່ໄດ້ຮັບວັກຊີນຢ່າງທັນການ.