ຈີນຍິນດີໃຫ້ການຊ່ວຍເຫຼືອຕາມຄວາມສາມາດແກ່ບັນດາປະເທດໃນທະວີບອາເມຣິກາໃຕ້ ແລະ ທະວີບອາເມຣິກາລາຕິນທີ່ຖືກຜົນກະທົບຈາກລົມພະຍຸເຮີຣິເຄນ

2022-10-12 12:13:00 cri


   ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 11 ຕຸລານີ້,ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວວ່າ:ຈີນຍິນດີໃຫ້ການຊ່ວຍເຫຼືອກູ້ໄພຕາມຄວາມສາມາດແກ່ບັນດາປະເທດໃນທະວີບອາເມຣິກາໃຕ້ ແລະ ທະວີບອາເມຣິກາລາຕິນທີ່ຖືກຜົນກະທົບຈາກລົມພະຍຸເຮີຣິເຄນ.



   ມີລາຍງານຂ່າວແຈ້ງໃຫ້ຮູ້ວ່າ:ຫວ່າງມໍ່ໆນີ້,ລົມພະຍຸເຮີຣິເຄນ “ຈູເຣຍ”ໄດ້ ພັດຖະຫຼົ່ມບັນດາປະເທດໃນທະວີບອາເມຣິກາໃຕ້ ແລະ ທະວີບອາເມຣິກາລາຕິນ ເຊັ່ນ:ເວເນຊຸເອລາ ໂກລົມເບຍ ປານາມາແລະອື່ນໆ, ໄດ້ທຳລາຍພາກພື້ນທີ່ກ່ຽວຂ້ອງແລະເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບ.



   ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ, ທ່ານນາງໝາວໜິງກ່າວວ່າ:



“ຈີນສະແດງຄວາມໄວ້ອາໄລຕໍ່ຜູ້ປະສົບເຄາະຮ້າຍ,ສະແດງຄວາມເຫັນໃຈຕໍ່ຄອບຄົວຂອງຜູ້ປະສົບເຄາະຮ້າຍແລະຜູ້ບາດເຈັບ. ພວກເຮົາເຊື່ອວ່າ:ລັດຖະບານແລະປະຊາຊົນທີ່ກ່ຽວຂ້ອງຍ່ອມຈະສາມາດເອົາຊະນະໄພພິບັດໂດຍໄວ,ແລະສ້າງບ້ານເມືອງທີ່ສວຍງາມຄືນໃໝ່.ຈີນຍິນດີໃຫ້ການຊ່ວຍເຫຼືອກູ້ໄພຕາມຄວາມສາມາດ.”