IMF ແຈ້ງວ່າ: ແຕ່ລະເດືອນອູແກຣນຕ້ອງການຊ່ວຍເຫຼືອ 3 ຕື້ຫາ 4 ຕື້ໂດລາສະຫະລັດ

2022-10-13 14:35:30 cri


ວັນທີ 12 ຕຸລານີ້, ທ່ານນາງ ຄຣິສຕາລິນາ ເກໂອກິວາ ປະທານອົງການກອງທຶນເງິນຕາສາກົນຫຼື IMF ກ່າວໃນກອງປະຊຸມປະຈຳປີ 2022 ຂອງກອງທຶນເງິນຕາສາກົນແລະທະນາຄານໂລກວ່າ: ຄາດວ່າແຕ່ລະເດືອນ, ອູແກຣນຕ້ອງການຄວາມຊ່ວຍເຫຼືອຈາກພາຍນອກເປັນຈຳນວນ  3 ຕື້ຫາ 4 ຕື້ໂດລາສະຫະລັດ ເພື່ອຕອບສະໜອງກັບຄວາມຕ້ອງການດ້ານເສດຖະກິດພື້ນຖານ ເຊິ່ງລວມທັງການບໍລິການສັງຄົມ, ສິ່ງກໍ່ສ້າງພື້ນຖານໂຄ່ງລ່າງແລະຕົ້ນທຶນພະລັງງານ.

ທ່ານນາງ ຄຣິສຕາລິນາ ເກໂອກິວາ ຍັງກ່າວວ່າ: ກອງທຶນເງິນຕາສາກົນແລະທະນາຄານໂລກໄດ້ໃຫ້ການຊ່ວຍເຫຼືອເງິນທຶນດ້ານເສດຖະກິດ 35 ຕື້ໂດລາສະຫະລັດ.