ກະຊວງການຕ່າງປະເທດຈີນ:ຈີນຈະເດັດດ່ຽວສະໜັບສະໜູນເສດຖະກິດໂລກາວິວັດ ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ

2022-10-13 15:19:50 CRI


    ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 12 ຕຸລານີ້, ໃນເວລາຕອບບັນຫາຂອງນັກຂ່າວກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງຈີນ ກັບ ແຊກບີໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ຈີນຈະເດັດດ່ຽວສະໜັບສະໜູນເສດຖະກິດໂລກາວິວັດ, ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ.


    ທ່ານນາງໝາວໜິງແນະນຳວ່າ: ໃນ 10 ປີຜ່ານມາ, ຍອດມູນຄ່າການຄ້າສິນຄ້າຂອງຈີນບັນລຸເຖິງ 262.300 ຕື້ຢວນ, ໃນນັ້ນ, ຍອດມູນຄ່າການນຳເຂົ້າບັນລຸເຖິງ 117.600 ຕື້ຢວນ, ເພີ່ມຂຶ້ນ 4,7%ໂດຍສະເລ່ຍຕໍ່ປີ. ນັບລວມແລ້ວຈີນໄດ້ນຳໃຊ້ທຶນຕ່າງປະເທດ 1.200 ຕື້ໂດລາ, ເພີ່ມຂຶ້ນ 5% ໂດຍສະເລ່ຍຕໍ່ປີ. ຈີນໄດ້ປະກອບສ່ວນອັນສຳຄັນເພື່ອຊຸກຍູ້ໃຫ້ເສດຖະກິດທົ່ວໂລກມີການເຕີບໂຕ ແລະ ການສ້າງເສດຖະກິດໂລກແບບເປີດປະຕູສູ່ພາຍນອກດ້ວຍການກະທຳຕົວຈິງຂອງຕົນ.

 

    ທ່ານນາງໝາວໜິງກ່າວວ່າ: ປັດຈຸບັນ, ເສດຖະກິດໂລກຜະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ລັດທິຝ່າຍດຽວ ແລະ ລັດທິປົກປ້ອງຟື້ນຕົວຂຶ້ນ. ຈີນຈະເດັດດ່ຽວສະໜັບສະໜູນເສດຖະກິດໂລກາວິວັດ ແລະ ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງໝັ້ນໜຽວບໍ່ປ່ຽນແປງ, ເລັ່ງລັດສ້າງສະຖານະພາບການພັດທະນາໃໝ່, ຈີນຈະສະໜອງໂອກາດຕະຫຼາດ, ໂອກາດການລົງທຶນ ແລະໂອກາດການເພີ່ມຂຶ້ນໃຫ້ແກ່ວິສາຫະກິດປະເທດຕ່າງໆໃຫ້ຫຼາຍຂຶ້ນກວ່າເກົ່າ.