ແຕ່ໃດມາ ຈີນກໍຄັດຄ້ານການຫັນເອົາບັນຫາດ້ານເສດຖະກິດການຄ້າເປັນບັນຫາ ດ້ານການເມືອງແລະເປັນອາວຸດ

2022-10-14 15:49:39 cri


  ຕໍ່ກັບຄຳເວົ້າທີ່ກ່ຽວຂ້ອງຂອງທ່ານນາງ Janet Yellen ລັດຖະມົນຕີກະຊວງ ການເງິນອາເມຣິກາທີ່່ກ່າວໃນວັນທີ 12 ຕຸລານີ້ວ່າ “ອາເມຣິກາຕ້ອງປ້ອງກັນບໍ່ ໃຫ້ປະເທດຈີນຫັນເອົາການຄ້າເປັນ ‘ອາວຸດ’ ”, ທ່ານນາງໝາວໜິງ ໂຄສົກ ກະຊວງການຕ່າງປະເທດຈີນໄດ້ກ່າວໃນວັນທີ 13 ຕຸລານີ້ວ່າ: ແຕ່ໃດມາ, ປະເທດຈີນກໍຄັດຄ້ານການຫັນເອົາບັນຫາດ້ານເສດຖະກິດການຄ້າເປັນບັນຫາດ້ານການເມືອງແລະເປັນອາວຸດ.


   ທ່ານນາງໝາວໜິງຊີ້ໃຫ້ເຫັນວ່າ:


   “ພວກເຮົາສຸມໃສ່ປົກປັກຮັກສາເສລິພາບແລະຄວາມສະດວກຂອງການຄ້າໂລກ, ປົກປັກຮັກສາສະຖຽນລະພາບຂອງຕ່ອງໂສ້ການຜະລິດແລະຕ່ອງໂສ້ການສະໜອງຂອງໂລກ. ແຕ່ຍ້ອນບາງປະເທດປະຕິບັດລັດທິຝ່າຍດຽວ ແລະ ລັດທິປົກປ້ອງ, ຈຶ່ງພາໃຫ້ການຮ່ວມມືດ້ານເສດຖະກິດການຄ້າສາກົນຖືກຂັດ ຂວາງ.”


   ທ່ານນາງໝາວໜິງໄດ້ກ່າວເນັ້ນໜັກວ່າ: ພາຍໃຕ້ສະພາບການໃນປັດຈຸບັນ, ຝ່າຍທີ່ກ່ຽວຂ້ອງຄວນປະຖິ້ມການກະທຳແບບລັດທິຝ່າຍດຽວ ແລະ ລັດທິປົກປ້ອງ, ຮ່ວມກັບປະຊາຄົມໂລກເພື່ອປົກປັກຮັກສາຄວາມໝັ້ນຄົງ ແລະຄວາມສະດວກລຸລ່ວງຂອງຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ການສະໜອງ,ຮ່ວມກັນປົກປັກຮັກສາສະຖຽນລະພາບຂອງລະບົບເສດຖະກິດ ກະຕິກາແລະພື້ນຖານຂອງເສດຖະກິດໂລກ, ຮ່ວມກັນພະຍາຍາມເພື່ອຊຸກຍູ້ການຟື້ນຟູ ແລະ ສະຖຽນລະພາບ ຂອງເສດຖະກິດໂລກ.