ເປີດກິດຈະກຳທົ່ວໂລກ “ວັນທັນຍາຫານໂລກ”ປີ 2022

2022-10-15 14:35:41 cri


   ວັນທີ 16 ຕຸລາຂອງແຕ່ລະປີແມ່ນ “ວັນທັນຍາຫານໂລກ”.  ວັນທີ 14 ຕຸລາ ນີ້, ອົງການທັນຍາຫານແລະການກະເສດ ຫຼື FAO ຂອງອົງການສະຫະປະຊາຊາດ ໄດ້ເປີດກິດຈະກຳທົ່ວໂລກ “ວັນທັນຍາຫານໂລກ” ປີ 2022 ຢູ່ນະຄອນ ຫຼວງ ໂຣມຂອງປະເທດອີຕາລີ. ຫົວຂໍ້ຂອງ “ວັນທັນຍາຫານໂລກ” ປະຈຳປີນີ້ແມ່ນ “ບໍ່ໃຫ້ຜູ້ໃດຕົກຂະບວນ. ການຜະລິດທີ່ດີກວ່າເກົ່າ, ທາດບຳ ລຸງທີ່ດີກວ່າເກົ່າ, ສະພາບແວດລ້ອມທີ່ດີກວ່າເກົ່າ, ຊີວິດການເປັນຢູ່ທີ່ດີກວ່າເກົ່າ.”


   ວັນທີ 14 ຕຸລານີ້, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະ ທ່ານຊູຕົ່ງຢີ້ ຜູ້ອຳນວຍ ການໃຫຍ່ອົງການ FAO ຂອງອົງການສະຫະປະຊາຊາດ ໄດ້ກ່າວຄຳປາໄສ, ຮຽກຮ້ອງໃຫ້ປະຊາຄົມໂລກ ສຸມໃສ່ຮັບມືກັບຄວາມອົດຢາກແລະທາດບຳລຸງບໍ່ພຽງພໍ. ຂໍ້ມູນຕົວເລກຂອງອົງ ການ FAO ໄດ້ສະແດງໃຫ້ເຫັນວ່າ: ປີ 2021, ເນື່ອງຈາກໄພທຳມະ ຊາດ ແລະ ໄພທີ່ເກີດຈາກການກະທຳຂອງມະນຸດ, ການລະບາດຂອງພະຍາດໂຄວິດ-19 ແລະ ການປະທະກັນໃນໂລກສືບຕໍ່ເກີດຂຶ້ນ, ປະຊາຊົນອົດຢາກຢູ່ທົ່ວໂລກໄດ້ມີເຖິງ 828 ລ້ານຄົນ;3,1 ຕື້ຄົນບໍ່ມີຄວາມສາມາດແບກຫາບຄ່າໃຊ້ຈ່າຍດ້ານສຸຂະພາບ ແລະ ອາຫານການກິນ.