ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ

2022-10-16 10:10:10 cri


      ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ເຊິ່ງເປັນພັກກຳອຳນາດຂອງຈີນ ໄດ້ໄຂຂຶ້ນຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງໃນເວລາ 10 ໂມງເຊົ້າຂອງວັນທີ 16 ຕຸລາປີ 2022 ນີ້.ທ່ານສີຈິ້ນຜິງໄດ້ຕາງໜ້າຄະນະກຳມະການສູນກາງພັກຄອມມູນິດຈີນຊຸດທີ 19 ກ່າວບົດລາຍງານວຽກງານຕໍ່ກອງປະຊຸມໃຫຍ່ຄັ້ງນີ້.



     ບົດລາຍງານຂອງທ່ານສີຈິ້ນຜິງໄດ້ສະຫຼຸບວຽກງານໃນ 5 ປີທີ່ຜ່ານມາ ແລະການປ່ຽນແປງໃໝ່ອັນຍິ່ງໃຫຍ່ທີ່ເກີດຂຶ້ນຢູ່ຈີນໃນ 10 ປີພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກຄອມມູນິດຈີນ, ໄດ້ກຳນົດພາລະກຳແລະໜ້າທີ່ຂອງພັກຄອມມູນິດຈີນໃນຍຸກໃໝ່ ແລະຂະບວນການເດີນທາງອັນໃໝ່, ນັ້ນກໍຄື: ນັບແຕ່ປັດຈຸບັນນີ້ເປັນຕົ້ນໄປ, ໜ້າທີ່ໃຈກາງຂອງພັກຄອມມູນິດຈີນກໍແມ່ນການນຳພາປະຊາຊົນບັນດາເຜົ່າໃນທ່ົວປະເທດສາມັກຄີກັນເພື່ອສ້າງປະເທດຈີນເປັນປະເທດສັງຄົມນິຍົມທີ່ທັນສະໄໝແລະເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານ, ແລະບັນລຸເປົ້າໝາຍສູ້ຊົນ 100 ປີເຫດການທີ 2, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງຄືນໃໝ່ທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ.


     ທ່ານສີຈິ້ນຜິງໄດ້ຊີ້ອອກວ່າ: ການສ້າງປະເທດສັງຄົມນິຍົມທີ່ທັນສະໄໝ ແລະເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານ, ມີສອງບາດກ້າວໃນການວາງແຜນຍຸດທະສາດໂດຍລວມ; ແຕ່ປີ 2020 ຫາປີ 2035 ບັນລຸການຫັນເປັນປະເທດສັງຄົມນິຍົມທີ່ທັນສະໄໝໂດຍພື້ນຖານ ; ແຕ່ປີ 2035 ຫາກາງສະຕະວັດນີ້,  ສ້າງປະເທດຈີນເປັນປະເທດສັງຄົມນິຍົມທັນສະໄໝທີ່ຮັ່ງມີເຂ້ັມແຂງ, ປະຊາທິປະໄຕ, ສີວິໄລ, ກົມກຽວກັນແລະສວຍງາມ. 5 ປີຕໍ່ໜ້ານີ້ແມ່ນໄລຍະທີ່ສຳຄັນທີ່ສຸດໃນການເລີ່ມຕົ້ນຂອງການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ.


     ຜູ້ແທນກອງປະຊຸມ ແລະຜູ້ຕາງໜ້າທີ່ໄດ້ຮັບການເຊື້ອເຊີນພິເສດລວມທັງໝົດ 2.300 ກວ່າທ່ານໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້, ເພື່ອນມິດນອກພັກ ແລະສະຫາຍທີ່ເປັນຜູ້ຮັບຜິດຊອບຂອງພາກສ່ວນທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມຮັບຟັງ. ກອງປະຊຸມຄັ້ງນີ້ຈະດຳເນີນນັບແຕ່ວັນທີ 16 ຫາ 22 ຕຸລາປີ 2022 ນີ້.



     ກອງປະຊຸມຄັ້ງນີ້ຈະໄດ້ຮັບຟັງແລະສຳຫຼວດພິຈາລະນາບົດລາຍງານວຽກງານຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ແລະສຳຫຼວດພິຈາລະນາບົດລາຍງານວຽກງານຂອງຄະນະກຳມະການກວດກາລະບຽບວິໄນສູນກາງພັກຊຸດກ່ອນ, ສຳຫຼວດພິຈາລະນາ ແລະຮັບຮອງກົດລະບຽບຂອງພັກຄອມມູນິດຈີນສະບັບດັດແກ້, ເລືອກຕັ້ງຄະນະກຳມະການສູນກາງພັກຊຸດໃໝ່ ແລະ ຄະນະກຳມະການກວດກາລະບຽບວິໄນສູນກາງພັກຊຸດໃໝ່.