ທ່ານສີຈິ້ນຜິງສົ່ງສານອວຍພອນໄປຍັງປະທານາທິບໍດີຄົນໃໝ່ຂອງອີຣັກ

2022-10-16 11:46:38 CRI

 

ຕາມຂ່າວCRI: ວັນທີ 15 ຕຸລານີ້, ທ່ານສີຈິ້ນຜງ, ປະທານປະເທດຈີນໄດ້ສົ່ງສານອວຍພອນໄປຍັງທ່ານອັບດູນ ຣາຊິດ, ເພື່ອສະແດງຄວາມຊົມເຊີຍຕໍ່ທ່ານທີ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຂງສາທາລະນະລັດອີຣັກ.

 

ທ່ານສີຈິ້ຜິງໄດ້ຊີ້ໃຫ້ເຫັນວ່າ, ຈີນ ແລະອີຣັກມີໄມຕີຈິດມິດຕະພາບທີ່ມີມູນເຊື້ອ. ໃນປີມໍ່ໆມານີ້, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດໄດ້ຮັບການປັບປຸງໃຫ້ນັບມື້ນັບໝັ້ນຄົງກວ່າເກົ່າ, ການຮ່ວມມືຕົວຈິງໃນແຕ່ລະຂົງເຂດໄດ້ຮັບການຊຸກຍູ້ຢ່າງໝັ້ນທ່ຽງ. ຂ້າພະເຈົ້າເອົາໃຈໃສ່ຢ່າງສູງຕໍ່ການພັດທະນາສາຍພົວພັນລະຫວ່າງຈີນ-ອີຣັກ, ຍິນດີພະຍາຍາມຮ່ວມກັນກັບທ່ານປະທານາທິບໍດີອັບດູນ ຣາຊິດ, ເພື່ອຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດລະຫ່ວາງຈີນ-ອີຣັກໄດ້ຮັບຄວາມຄືບໜ້າໃໝ່ ແລະສ້າງຄວາມຜາສຸກໃຫ້ແກ່ສອງປະເທດ ກໍຄືປະຊາຊົນສອງຊາດ.