ຈຳນວນຄ່າປະກັນໄພດ້ານກະສິກຳຈີນ ຮັກສາອັນດັບ 1 ໃນໂລກ

2022-10-17 14:51:21 cri

ຕາມຕົວເລກສະຖິຕິຫຼ້າສຸດຂອງກະຊວງການເງິນຈີນສະແດງໃຫ້ເຫັນວ່າ, ນັບມາຮອດທ້າຍເດືອນກັນຍາປີນີ້, ຈຳນວນຄ່າປະກັນໄພດ້ານກະສິກຳຈີນໄດ້ບັນລຸເຖິງ 105 ຕື້ 900 ລ້ານຢວນ, ເພີ່ມຂຶ້ນ 26,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເຊິ່ງໄດ້ຮັກສາອັນດັບ 1 ໃນໂລກ.

ປັດຈຸບັນ, ນະໂຍບາຍປະກັນໄພຕົ້ນທຶນ ແລະປະກັນໄພລາຍຮັບດ້ານການປູກ ທັນຍາຫານຕົ້ນຕໍ 3 ຊະນິດ ຂອງຈີນໄດ້ຮັບການປະຕິບັດຢູ່ 826 ເມືອງໃຫຍ່ຂອງ 13 ແຂວງທີ່ຜະລິດທັນຍາຫານຫຼາຍທີ່ສຸດ.