ປະທານາທິບໍດີຊຳບີກ່າວວ່າ: ບົດຮຽນດ້ານການພັດທະນາຂອງຈີນໜ້າຖອດຖອນຮ່ຳຮຽນ

2022-10-17 15:40:19 cri

      ຫວ່າງມໍ່ໆມານີ້, ທ່ານ ຮາຄາອິນເດ ຮີຈີເລມາ ປະທານາທິບໍດີຊຳບີໄດ້ໃຫ້ສຳພາດຕໍ່ນັກຂ່າວ CMG. ທ່ານກ່າວວ່າ: ພາຍໃຕ້ການນຳພາຂອງພັກຄອມມູນິດຈີນ, ຜົນສຳເລັດດ້ານການພັດທະນາຂອງຈີນເຮັດໃຫ້ຄົນຮູ້ສຶກປະທັບໃຈຢ່າງເລິກເຊິ່ງ. ຮູບແບບການປົກຄອງປະເທດແລະບໍລິຫານການເມືອງຂອງພັກຄອມມູນິດຈີນກໍຄືບົດຮຽນທີ່ມີຜົນສຳເລັດດ້ານການພັດທະນາຂອງຈີນມີບົດບາດສຳຄັນທີ່ສຸດໃຫ້ແກ່ບັນດາປະເທດອາຟຣິກາໃນການຖອດຖອນບົດຮຽນ.

      ທ່ານ ຮາຄາອິນເດ ຮີຈີເລມາ ກ່າວວ່າ: ພາຍໃຕ້ການນຳພາຂອງພັກຄອມມູນິດຈີນ, ຜົນງານຂອງຈີນໃນຫຼາຍດ້ານມີຄວາມພົ້ນເດັ່ນຫຼາຍ. ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ,ຈີນໄດ້ຍົກລະດັບຖານະຂອງຕົນທີ່ເປັນອົງກອນເສດຖະກິດໃຫຍ່ອັນດັບສອງຂອງໂລກໂດຍຜ່ານການຄ້າ,ການລົງທຶນແລະຮູບການອື່ນໆ,ພ້ອມທັງໄດ້ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນທົ່ວປະເທດດ້ວຍໝາກຜົນດ້ານການພັດທະນາທາງເສດຖະກິດ,ປະເທດອາຟຣິກາມີຄວາມເຄົາລົບຢ່າງຈິງໃຈຕໍ່ກັບເລື່ອງນີ້.

      ທ່ານ ຮາຄາອິນເດ ຮີຈີເລມາ ກ່າວຕື່ມວ່າ: ຫວັງວ່າພັກຄອມມູນິດຈີນຈະສືບຕໍ່ນຳພາປະຊາຊົນຈີນຍາດເອົາຜົນສຳເລັດຫຼາຍກວ່າເກົ່າໃນອະນາຄົດ,ເພີ່ມທະວີມິດຕະພາບລະຫວ່າງຊຳບີ-ຈີນ,ອຸທິດສະຕິປັນຍາແລະແຜນການຂອງຈີນຫຼາຍກວ່າເກົ່າເຂົ້າໃນການສ້າງຄວາມຈະເລີນຮຸ່ງເຮືອງແລະການພັດທະນາຂອງໂລກ.