ທ່ານສີຈິ້ນຜິງແລະປະທານາທິບໍດີອູກັນດາສົ່ງສານອວຍພອນໃຫ້ແກ່ກັນກ່ຽວກັບການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ອູກັນດາຄົບຮອບ 60 ປີ

2022-10-18 14:43:01 CRI

 

ຕາມຂ່າວCRI: ວັນທີ 18 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນແລະທ່ານໂຢເວຣີ ມູເຊເວນີ ປະທານາທິບໍດີອູກັນດາໄດ້ສົ່ງສານອວຍພອນເຊິ່ງກັນແລະກັນ, ເພື່ອສະເຫຼີມສະຫຼອງການສ້າງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 60 ປີ.

 

ທ່ານສີຈິ້ນຜິງໄດ້ຊີ້ອອກວ່າ, ໃນຊຸມປີມໍ່ໆມານີ້, ສອງປະເທດໄດ້ສ້າງສາຍພົວພັນຄູ່ຮ່ວມມືຮອບດ້ານ, ຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງໄດ້ຮັບການປັບປຸງໃຫ້ນັບມື້ນັບໝັ້ນຄົງກວ່າເກົ່າ, ການຮ່ວມມືໃນແຕ່ລະຂົງເຂດລົງສູ່ລວງເລິກຢ່າງຕໍ່ເນື່ອງ, ໄດ້ສະໜັບສະໜູນເຊິ່ງກັນແລະກັນຢ່າງໝັ້ນໜຽວບໍ່ປ່ຽນແປງກ່ຽວໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດໃຈກາງຂອງສອງຝ່າຍແລະມີຄວາມສົນໃຈຮ່ວມກັນ, ໃນວຽກງານສາກົນແລະພາກພື້ນໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ. ຂ້າພະເຈົ້າເອົາໃຈໃສ່ການຂະຫຍາຍການພົວພັນລະຫວ່າງຈີນ-ອູກັນດາ, ຍິນດີພະຍາຍາມຮ່ວມກັນກັບທ່ານປະທານາທິບໍດີໂຢເວຣີ ມູເຊເວນີ, ຖືການສ້າງຕັ້ງສາຍພົວພັນທາງການທູດປີລະຫວ່າງສອງປະເທດຄົບຮອບ 60 ເປັນໂອກາດທີ່ດີ, ລົງເລິກການຮ່ວມມືໃນແຕ່ລະຂົງເຂດ, ສ້າງຄວາມສຸກໃກ້ແກ່ສອງປະເທດແລະປະຊາຊົນສອງຊາດ, ຮ່ວມມືປະກອບສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາໃນຍຸກໃໝ່.

 

ທ່ານໂຢເວຣີ ມູເຊເວນີກ່າວວ່າ, ໃນຮອບ 60 ປີຜ່ານມາທີ່ໄດ້ສ້າງສາຍພົວພັນທາງການທູດ, ອູກັນດາແລະຈີນໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ, ໄດ້ຮ່ວມກັນຊຸກຍູ້ການປະຕິບັດໂຄງການຮ່ວມມືທີ່ສຳຄັນຢ່າງຫຼວງຫຼາຍ, ການພົວພັນທີ່ດີລະຫວ່າງສອງປະເທດເຕັມໄປດ້ວຍຄວາມຊີວິດຊີວາຢ່າງສະເໝີຕົ້ນສະເໝີປາຍ. ອູກັນດາຈະສືບຕໍ່ສຸມກຳລັງເຂົ້າໃນການຊຸກຍູ້ການຂະຫຍາຍການພົວພັນລະຫວ່າງອູກັນດາ-ຈີນ.