ທ່ານ ອຸຟ ຄຣິສເຕີຊອນໄດ້ຮັບເລືອກຕັ້ງເປັນນາຍົກຊູແອດຄົນໃໝ່

2022-10-18 15:23:19 cri

      ວັນທີ 17 ຕຸລານີ້, ທ່ານ ອຸຟ ຄຣິສເຕີຊອນ ປະທານພັກໂມເດຣາຕາ ຊຳລິງສະປາຕຽດ ພັກຝ່າຍຂວາແລະກາງຂອງຊູແອດໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຊູແອດຄົນໃໝ່ໃນການປ່ອນບັດເລືອກຕັ້ງຂອງລັດຖະສະພາຊູແອດ.

      ຜົນການປ່ອນບັດດັ່ງກ່າວສະແດງໃຫ້ເຫັນວ່າ: ໄດ້ມີ 176 ບັດສະໜັບສະໜູນທ່ານ ອຸຟ ຄຣິສເຕີຊອນ ດຳລົງຕຳແໜ່ງນາຍົກ,ແລະ 173 ບັດຄັດຄ້ານ. ລັດຖະສະພາຊູແອດມີທີ່ນັ່ງປະຊຸມ 349 ທີ່ນັ່ງ,ບັດຄັດຄ້ານບໍ່ໄດ້ກາຍເຄິ່ງໜຶ່ງ.

      ທ່ານ ອຸຟ ຄຣິສເຕີຊອນ ປີນີ້ອາຍຸ 58 ປີ, ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາຊູແອດໃນປີ 1991, ເຄີຍດຳລົງຕຳແໜ່ງລັດຖະມົນຕີກະຊວງການປະກັນສັງຄົມຂອງຊູແອດ. ປີ 2017,ທ່ານໄດ້ຮັບເລືອກຕັ້ງເປັນປະທານພັກໂມເດຣາຕາ ຊຳລິງສະປາຕຽດ.

      ທ່ານ ອຸຟ ຄຣິສເຕີຊອນ ຈະປະກາດສະພາບການປະກອບສ້າງລັດຖະບານຊຸດໃໝ່ພ້ອມທັງເປີດເຜີຍບັນຊີລາຍຊື່ສະມາຊິກຄະນະລັດຖະບານໃນວັນທີ 18 ຕຸລານີ້.