ສີລັງກາຜ່ານກົດໝາຍໂດຍອະນຸຍາດໃຫ້ບໍລິສັດນ້ຳມັນເຊື້ອໄຟຕ່າງປະເທດນຳເຂົ້າແລະຂາຍຍ່ອຍຜະລິດຕະພັນນ້ຳມັນເຊື້ອໄຟຢູ່ປະເທດຕົນ

2022-10-19 16:00:01 CRI


     ຕາມສື່ສີລັງກາລາຍງານວ່າ: ວັນທີ 18 ຕຸລານີ້ ຕາມເວລາທ້ອງຖິ່ນ, ປະເທດສີລັງກາໄດ້ຜ່ານກົດໝາຍ ໂດຍອະນຸຍາດໃຫ້ບໍລິສັດນ້ຳມັນເຊື້ອໄຟຂອງປະເທດຜະລິດນ້ຳມັນເຊື້ອໄຟອື່ນໆນຳເຂົ້າແລະຂາຍຍ່ອຍຜະລິດຕະພັນນ້ຳມັນເຊື້ອໄຟຢູ່ສີລັງກາ. ນັກວິເຄາະຊີ້ໃຫ້ເຫັນວ່າ: ກົດໝາຍດັ່ງກ່າວມີຜົນດີຕໍ່ການຜ່ອນຄາຍບັນຫາຂາດເຂີນເງິນຕາຕ່າງປະເທດ ແລະພະລັງງານຂອງສີລັງກາ.