ຄະນະປະທານຂອງກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກຄອມມູນິດຈີນຈັດກອງປະຊຸມຄັ້ງທີ 2 ທ່ານສີຈິ້ນຜິງເປັນປະທານ

2022-10-19 12:32:52 CRI


     ຄະນະປະທານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ຈັດກອງປະຊຸມຄັ້ງທີ 2 ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງໃນຕອນບ່າຍວັນທີ 18 ຕຸລານີ້.

     ທ່ານສີຈິ້ນຜິງເປັນປະທານກອງປະຊຸມ.



     ກອງປະຊຸມຄັ້ງນີ້ໄດ້ຮັບຮອງໃຫ້ຍື່ນຮ່າງມະຕິກ່ຽວກັບບົດລາຍງານຂອງຄະນະກຳມະການສູນກາງພັກສະໄໝທີ 19, ຮ່າງມະຕິກ່ຽວກັບບົດລາຍງານວຽກງານຂອງຄະນະກຳມະການກວດກາວິໄນສູນກາງພັກສະໄໝທີ 19 ແລະຮ່າງມະຕິກ່ຽວກັບກົດລະບຽບພັກຄອມມູນິດຈີນສະບັບດັດແກ້ ໃຫ້ແກ່ຄະນະຜູ້ແທນຕ່າງໆເພື່ອປຶກສາຫາລືກັນ.



     ກອງປະຊຸມຄັ້ງນີ້ຍັງໄດ້ຮັບຮອງບັນຊີລາຍຊື່ກຳມະການ ແລະກຳມະການສຳຮອງຂອງຄະນະກຳມະການສູນກາງພັກສະໄໝທີ 20 ພ້ອມທັງກຳມະການສຳຮອງຂອງຄະນະກຳມະການກວດກາວິໄນສູນກາງພັກສະໄໝທີ 20 ສະບັບສະເໜີ, ແລະຍື່ນໃຫ້ຄະນະຜູ້ແທນຕ່າງໆປຶກສາຫາລືກັນ.