ຄວາມຕັດສິນໃຈຂອງຈີນໃນການຈັດຕັ້ງປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງຈະບໍ່ມີການປ່ຽນແປງ

2022-10-20 16:02:16 cri

      ທ່ານ ຫວ່າງເຫວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 19 ຕຸລານີ້ວ່າ: ບໍ່ວ່າສະຖານະການຈະມີການປ່ຽນແປງແນວໃດ, ຄວາມຕັດສິນໃຈຂອງຈີນໃນການຈັດຕັ້ງປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງຈະບໍ່ມີການປ່ຽນແປງ, ຄວາມພະຍາຍາມໃນການປັບປຸງການບໍລິຫານໂລກໃຫ້ດີຂຶ້ນຈະບໍ່ມີການປ່ຽນແປງ,ການເຄື່ອນໄຫວຊຸກຍູ້ການຮ່ວມມືຫຼາຍຝ່າຍຈະບໍ່ມີການປ່ຽນແປງ.

      ທ່ານ ຫວ່າງເຫວີນປິ່ນ ກ່າວເນັ້ນວ່າ: “ພວກຂ້າພະເຈົ້າຈະຍຶດໝັ້ນການເປີດປະຕູແລະຄວາມໂອບເອື້ອອາລີ,ບໍ່ປິດປະເທດຕົນແລະບໍ່ປັດປ່າຍປະເທດອື່ນ,ຍຶດໝັ້ນບົນພື້ນຖານກົດໝາຍສາກົນ,ບໍ່ເປັນເຈົ້າອຳນາດ,ຍຶດໝັ້ນການປຶກສາຫາລືແລະການຮ່ວມມືກັນ,ບໍ່ເປັນປໍລະປັກກັນແລະຕໍ່ຕ້ານກັນ,ຍຶດໝັ້ນເດີນຕາມເສັ້ນທາງທີ່ຖືກຕ້ອງຕາມຍຸກສະໄໝ,ບໍ່ພໍໃຈນຳແຕ່ສິ່ງທີ່ມີຢູ່,ສືບຕໍ່ເຂົ້າຮ່ວມການປະຕິຮູບແລະການສ້າງລະບົບບໍລິຫານໂລກຢ່າງຕັ້ງໜ້າ,ອຸທິດສະຕິປັນຍາແລະກຳລັງເຂົ້າໃນການແກ້ໄຂການຂາດດຸນດ້ານການບໍລິຫານໂລກ,ການຮັບມືກັບສິ່ງທ້າທາຍທີ່ມີລັກສະນະທົ່ວໂລກແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດດ້ວຍການກະທຳຕົວຈິງ.”