ຈີນກ່າວວ່າ: ການທີ່ກຳປັ່ນສັນຊາດ ສ.ເກົາຫຼີ ໄດ້ຮັບການຊ່ວຍເຫຼືອຈາກຈີນຢູ່ເຂດທະເລໃກ້ແຂວງຟູຈ້ຽນຂອງຈີນເປັນການສະແດງໃຫ້ເຫັນໄມຕີຈິດມິດຕະພາບລະຫວ່າງສອງປະເທດເປັນຢ່າງດີ

2022-10-20 16:52:29 cri

      ກ່ຽວກັບເລື່ອງທີ່ກຳປັ່ນສັນຊາດ ສ.ເກົາຫຼີ ໄດ້ຮັບການຊ່ວຍເຫຼືອຈາກຈີນຢູ່ເຂດທະເລໃກ້ແຂວງຟູຈ້ຽນຂອງຈີນ, ທ່ານ ຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນເວລາຕອບຄຳຖາມຂອງນັກຂ່າວໃນວັນທີ 19 ຕຸລານີ້ວ່າ: ຫຼັງຈາກໄດ້ຮັບຂໍ້ມູນຂໍຄວາມຊ່ວຍເຫຼືອຈາກກຳປັ່ນສັນຊາດ ສ.ເກົາຫຼີ ໃນຄັ້ງນີ້ແລ້ວ, ພາກສ່ວນທີ່ກ່ຽວຂ້ອງຂອງຈີນໄດ້ຈັດຕັ້ງປະຕິບັດການກູ້ໄພແລະຊ່ວຍເຫຼືອທີ່ມີປະສິດທິຜົນຢ່າງວ່ອງໄວ. ຝ່າຍ ສ.ເກົາຫຼີ ກໍໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈີນ.

      ຂ່າວແຈ້ງວ່າ: ວັນທີ 15 ຕຸລານີ້, ກຳປັ່ນສັນຊາດ ສ.ເກົາຫຼີ ເລກ “KELSEY2” ລຳໜຶ່ງໄດ້ເກີດການງ່ຽງແລະມີນ້ຳເຂົ້າທ້ອງກຳປັ່ນຢູ່ເຂດທະເລໃກ້ນະຄອນພູທຽນແຂວງຟູຈ້ຽນ. ຜ່ານການຊ່ວຍເຫຼືອຈາກຈີນຢ່າງວ່ອງໄວແລ້ວ, ລູກເຮືອ 20 ກວ່າຄົນໄດ້ຮັບການຊ່ວຍເຫຼືອແລະຍົກຍ້າຍໄປເຂດທີ່ປອດໄພແລ້ວ.

      ຕໍ່ກັບເລື່ອງນີ້, ທ່ານ ຫວ່າງເວີນປິ່ນ ກ່າວວ່າ: ຈີນແລະສ.ເກົາຫຼີ ແມ່ນບ້ານໃກ້ເຮືອນຄຽງ, ສອງຝ່າຍເຄີຍມີມູນເຊື້ອຊ່ວຍເຫຼືອກັນໃນເວລາເກີດໄພພິບັດທຳມະຊາດແລະອຸບັດຕິເຫດທີ່ກະທັນຫັນ. ກ່ອນໜ້ານີ້, ສ.ເກົາຫຼີກໍເຄີຍໃຫ້ການຊ່ວຍເຫຼືອແກ່ຊາວປະມົງແລະລູກເຮືອທີ່ປະສົບໄພຂອງຝ່າຍຈີນມາເປັນຫຼາຍເທື່ອແລ້ວ. ເຊິ່ງບໍ່ພຽງແຕ່ເປັນການຮ່ວມມືລະຫວ່າງສອງຝ່າຍບົນພື້ນຖານມະນຸດສະທຳເທົ່ານັ້ນ,ຫາກຍັງເປັນການສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບລະຫວ່າງສອງປະເທດອີກດ້ວຍ.