ລັດຖະມົນຕີກະຊວງປ້ອງກັນປະເທດຂອງຣັດເຊຍແລະອາເມຣິກາໄດ້ປຶກສາຫາລືກັນກ່ຽວກັບສະຖານະການອູແກຣນໂດຍຜ່ານທາງໂທລະສັບ

2022-10-22 15:27:39 cri


ວັນທີ21ຕຸລານີ້, ທ່ານເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍໄດ້ລົມກັບທ່ານໂລອິດ ອົສຕີນ  ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາໂທລະສັບຜ່ານທາງໂທລະສັບ,ສອງຝ່າຍໄດ້ປຶກສາຫາລືກັນກ່ຽວກັບບັນຫາເຄັ່ງຮ້ອນທາງດ້ານຄວາມໝັ້ນຄົງສາກົນທີ່ລວມທັງສະຖານະການອູແກຣນ.

ກະຊວງປ້ອງກັນປະເທດອາເມຣິກາອອກຖະແຫຼງການວ່າ: ໃນເວລາລົມ ທ່ານອົສຕີນໄດ້ເນັ້ນໜັກເຖິງຄວາມສຳຄັນທີ່ຮັກສາຄວາມລຸລ່ວງຂອງຊ່ອງທາງແລກປ່ຽນກັນລະຫວ່າງຣັດເຊຍກັບອາເມຣິກາໃນໄລຍະການປະທະກັນຣັດເຊຍ-ອູແກຣນ.

ນີ້ແມ່ນການສົນທະນາຜ່ານທາງໂທລະສັບເທື່ອທີ2ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຂອງຣັດເຊຍແລະອາເມຣິກາຕັ້ງແຕ່ຣັດເຊຍດຳເນີນການເຄື່ອນໄຫວທາງການທະຫານພິເສດຢູ່ອູແກຣນໃນເດືອນກຸມພາປີນີ້ເປັນຕົ້ນມາ.ການສົນທະນາຜ່ານທາງໂທລະສັບເທື່ອທີແລ້ວແມ່ນວັນທີ13ພຶດສະພາຜ່ານມາ,ສອງຝ່າຍໄດ້ປຶກສາຫາລືກັນກ່ຽວກັບບັນຫາເຄັ່ງຮ້ອນທາງດ້ານຄວາມໝັ້ນຄົງສາກົນທີ່ລວມທັງສະຖານະການອູແກຣນ.

ນອກນີ້ ອີງຕາມບົດບັນທຶກເນື້ອໃນໂທລະສັບທີ່ກະຊວງປ້ອງກັນປະເທດອາເມຣິກາປະກາດໃນວັນທີ21ຕຸລານີ້,ມື້ດຽວກັນ ທ່ານອົສຕີນຍັງໄດ້ປຶກສາຫາລືກັບທ່ານເລັສນີຄົຟ ລັດຖະມົນຕີກະຊວງປ້ອງກັນປະເທດອູແກຣນຜ່ານທາງໂທລະສັບກ່ຽວກັບສະຖານະການອູແກຣນ.