ກອງປະຊຸມສຸດຍອດລະດູໃບໄມ້ຫຼົ່ນຂອງສະຫະພາບເອີລົບອັດລົງ ແຕ່່ບໄດ້ຮັບຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການລົງໂທດຕໍ່ຣັດເຊຍຕື່ມອີກ

2022-10-22 11:03:39 CRI



    ວັນທີ 21 ຕຸລານີ້, ກອງປະຊຸມສຸດຍອດລະດູໃບໄມ້ຫຼົ່ນຂອງສະຫະພາບເອີລົບໄດ້ອັດລົງຢູ່ນະຄອນບຣຸກແຊນ, ຝ່າຍຕ່າງໆທີ່ຮ່ວມປະຊຸມໄດ້ຫາລືກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ:ພະລັງງານ, ສະຖານະການຣັດເຊຍ-ອູແຣນ ແລະ ການພົວພັນຕໍ່ຕ່າງປະເທດຂອງສະຫະພາບເອີລົບເປັນຕົ້ນ.


    ອີງຕາມຖະແຫຼງການຂອງກອງປະຊຸມສຸດຍອດ, ຝ່າຍຕ່າງໆທີ່ຮ່ວມປະຊຸມຍັງບໍ່ໄດ້ຮັບຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການລົງໂທດຕໍ່ຣັດເຊຍຕື່ມອີກທີ່ບາງປະເທດສະມາຊິກຊຸກຍູ້ນັ້ນ, ກອງປະຊຸມກໍ່ບໍ່ໄດ້ປະກາດໃຊ້ມາດຕະການໃໝ່ເພື່ອລົງໂທດຣັດເຊຍ. ສະຫະພາບເອີລົບກ່າວເນັ້ນໜັກວ່າ, ໃນຕໍ່ໜ້າ ຈະເພີ່ມຄວາມແຮງໃນການປະຕິບັດການລົງໂທດຕໍ່ຣັດເຊຍ.


    ໃນບັນຫາພະລັງງານ, ສະຫະພາບເອີລົບກ່າວວ່າ, ຈະສືບຕໍ່ຄົ້ນຄວ້າບັນຫາ “ການຈຳກັດລາຄາ” ແລະ ສືບຕໍ່ຫາລືບັນຫານີ້ໃນກອງປະຊຸມລັດຖະມົນຕີພະລັງງານທີ່ຈະຈັດຂຶ້ນໃນວັນທີ 25 ຕຸລານີ້.