ຈີນຮຽກຮ້ອງໃຫ້ອອກແຮງສຸດຂີດເພື່ອສະກັດກັ້ນບໍ່ໃຫ້ເກີດຜົນຮ້າຍຄຽງຂ້າງຂອງສະຖານະການຣັດເຊຍ-ອູແກຣນ

2022-10-22 15:29:10 CRI

 

     ວັນທີ 21 ຕຸລານີ້, ທ່ານເກີງສວງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວວ່າ, ຕ້ອງອອກແຮງສຸດຂີດເພື່ອສະກັດກັ້ນບໍ່ໃຫ້ເກີດຜົນຮ້າຍຄຽງຂ້າງຂອງສະຖານະການຣັດເຊຍ-ອູແກຣນ ແລະ ກ່າວເນັ້ນວ່າຝ່າຍທີ່ກ່ຽວຂ້ອງຄວນປົກປັກຮັກສາສາມັນຊົນ ແລະ ສິ່ງກໍ່ສ້າງພົນລະເຮືອນຢ່າງເຕັມທີ່.


    ທ່ານເກີງສວງກ່າວວ່າ, ການປະທະກັນຢ່າງດຸເດືອດເປັນເວລາເກືອບ 8 ເດືອນໄດ້ເຮັດໃຫ້ການສະໜອງວັດຖຸຂອງຫຼາຍບ່ອນຂາດເຂີນທີ່ສຸດ ຈົນການບໍລິການສາທາລະນະຂັ້ນພື້ນຖານຕ່າງໆ ເຊັ່ນ:ນ້ຳປະປາ,ໄຟຟ້າ,ອາຍອຸ່ນ ແລະ ການປິ່ນປົວພະຍາດເປັນຕົ້ນກໍ່ບໍ່ສາມາດຮັບປະກັນໄດ້.

 

    ທ່ານກ່າວຕື່ມວ່າ,ສັນຕິພາບເປັນວິທີພື້ນຖານທີ່ແກ້ໄຂວິກິດການມະນຸດສະທຳຂອງອູແກຣນ, ກໍ່ແມ່ນຊ່ອງທາງພຽງຫນຶ່ງດຽວທີ່ເຮັດໃຫ້ປະເທດອູແກຣນ ແລະ ພາກພື້ນບັນລຸຄວາມໝັ້ນຄົງຖາວອນ. ໃນຖານະເປັນປະເທດທີ່ມີຄວາມຮັບຜິດຊອບ, ຈີນຈະສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເພື່ອຊຸກຍູ້ການເຈລະຈາສັນຕິພາບ ແລະ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເພື່ອຜ່ອນຄາຍວິກິດການມະນຸດສະທຳ.