ແນວຄວາມຄິດໃໝ່ໃນຄຳເວົ້າສຳນວນບູຮານແບບອຳມະຕະຂອງຈີນ 5: ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ

2022-10-23 14:09:14 cri


ສະບາຍດີ ທ່ານຜູ້ຊົມ, ຕຽນຕຽນ ແລະ ຊິ່ນຊິ່ນມາພົບກັບທ່ານອີກແລ້ວ.

ໃນໜັງສືເຈຍກູທີ່ແກະສະຫຼັກຢູ່ເທິງກະດູກ ແລະ ອອງເຕົ່າເມື່ອ ຫຼາຍພັນປີກ່ອນ. ຕົວໜັງສື “人” ແມ່ນໃຊ້ຮູບຄົນແບບທ່າຢືນ ໂດຍວາແຂນອອກ. ຮູບທີ່ຄົນກົ້ມຫົວລົງສະແດງເຖິງຄວາມຖ່ອມຕົວ, ເປັນຍ້ອນວ່າ ຄົນສາມາດຄົ້ນຄິດໄດ້, ເຂົ້າໃຈວ່າຄົນຜູ້ດຽວມີກຳລັງທີ່ຈຳກັດ, ຕ້ອງການຮ່ວມມືກັບຜູ້ອື່ນ.ຮູບສອງຄົນຢູ່ນຳກັນ, ກໍໝາຍເຖິງໃກ້ຊິດກັນ; ຮູບສາມຄົນຢູ່ໃຕ້ດວງຕາເວັນ, ກໍໝາຍເຖິງ ຫຼາຍຄົນຫຼື ຄົນທັງຫຼາຍ, ແລ້ວກາຍມາເປັນຄຳສັບທີ່ວ່າ ມະນຸດ.

ອັກສອນແບບຮູບພາບ “众” ມີຄວາມໝາຍທີ່ວ່າ ມວນມະນຸດມີແຕ່ໂລກໜ່ວຍດຽວ, ມວນມະນຸດຢູ່ໃຕ້ດວງຕາເວັນດຽວກັນ. ມີຄົນປຽບທຽບໜ່ວຍໂລກເປັນກຳປັ່ນໃຫຍ່ລຳໜຶ່ງ, 190 ກວ່າປະເທດ ແລະປະຊາກອນ 7 ຕື້ກວ່າຄົນຢູ່ເທິງກຳປັ່ນໃຫຍ່ລຳນີ້ນຳກັນ. ໃນອະນາຄົດຈະກ້າວໄປສູ່ທາງໃດ?

ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ນີ້ຄືຄຳຕອບຂອງທ່ານປະທານສີຈິ້ນຜິງໂດຍຄົ້ນຄິດຢ່າງເລິກເຊິ່ງຕໍ່ປະຫວັດສາດ ແລະ ຄວາມເປັນຈິງ.

ແນວຄວາມຄິດທີ່ວ່າ “ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ກຳເນີດມາຈາກຈິດໃຈ “ທົ່ວໂລກກົມກຽວກັນ” ໃນອະລິຍະທຳຈີນ. ຈາກທັດສະນະວ່າດ້ວຍ “ອະລິຍະທຳທີ່ກົມກຽວກັນໂດຍສະຫງວນຄວາມແຕກຕ່າງກັນ” ຮອດແນວຄິດສັນຕິພາບທີ່ “ຖືຄວາມກົມກຽວເປັນສິ່ງລ້ຳຄ່າ”, ແລ້ວຮອດຫຼັກການທີ່ “ສິ່ງທີ່ຕົນເອງບໍ່ມັກນັ້ນ ຢ່າບັງຄັບຜູ້ອື່ນ”, ຮອດໂລກະທັດທີ່ “ພັດທະນາແລ້ວສ້າງຜົນປະໂຫຍກໃຫ້ກັບໂລກທົ່ວໄປ”…. ສາມາດເວົ້າໄດ້ວ່າ, ແນວຄວາມຄິດດັ່ງກ່າວໄດ້ສືບທອດພັນທຸກຳອັນສຳຄັນໃນວັດທະນະທຳຈີນ.

ປັດຈຸບັນນີ້, ປະຊາຄົມໂລກນັບມື້ນັບກາຍເປັນ ປະຊາຄົມຮ່ວມຊາຕາກຳທີ່ເຊື່ອມໂຍງເຂົ້າກັນ, ເມື່ອປະເຊີນໜ້າກັບສິ່ງທ້າທາຍອັນຂ້ຽວຂາດໃນທົ່ວໂລກ, ເຊັ່ນ: ຄວາມໝັ້ນຄົງດ້ານສະບຽງອາຫານ, ການປ່ຽນແປງຂອງດິນຟ້າອາກາດ, ການໂຈມຕີທາງອິນເຕີເນັດ, ມົນລະພິດທາງສິ່ງແວດລ້ອມ, ການແຜ່ລະບາດຂອງພະຍາດ ແລະອື່ນໆ, ບໍ່ວ່າທ່ານຢູ່ປະເທດໃດ ມີຄວາມເຊື່ອຖືແນວໃດ, ຍອມຮັບຫຼືບໍ່ກໍຕາມ, ໃນຄວາມເປັນຈິງແລ້ວ ແມ່ນຢູ່ໃນປະຊາຄົມຮ່ວມຊາຕາກຳດຽວກັນ.

ປະເທດຕ່າງໆໃນໂລກມີແຕ່ປະຕິບັດຕໍ່ກັນຢ່າງສະເໝີພາບກັນ, ໂອບອ້ມອາລີຕໍ່ອະລິຍະທຳທີ່ແຕກຕ່າງກັນ, ໃນຂະນະທີ່ສະແຫວງຫາຜົນປະໂຫຍດຂອງປະເທດຕົນ ກໍຄຳນຶງເຖິງຄວາມເປັນຫ່ວງທີ່ສົມເຫດສົມຜົນຂອງປະເທດອື່ນ, ຊຸກຍູ້ການພັດທະນາຮ່ວມກັນຂອງປະເທດຕ່າງໆໃນຂະນະທີ່ສະແຫວງຫາການພັດທະນາຂອງປະເທດຕົນ, ບັນລຸການຮ່ວມກັນສ້າງສາ, ຮ່ວມກັນຊົມໃຊ້ ແລະ ຮ່ວມກັນຄຸ້ມຄອງ “ໜ່ວຍໂລກທີ່ເປັນບ້ານເມືອງດຽວກັນ”, ຈຶ່ງສາມາດເຮັດໃຫ້ໂລກທີ່ພວກເຮົາດຳລົງຄົງຕົວຮ່ວມກັນນັ້ນພັດທະນາແບບຍືນຍົງຕະຫຼອດໄປ.

ວັນທີ 16 ຕຸລາ 2022 ນີ້, ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນທີ່ເປັນພັກກຳອຳນາດຂອງຈີນ, ທ່ານສີຈິ້ນຜິງໄດ້ຮຽກຮ້ອງຢ່າງຈິງໃຈວ່າ:

ປະເທດຕ່າງໆໃນໂລກເຊີດຊູຄ່ານິຍົມຮ່ວມຂອງມວນມະນຸດ ຄື ສັນຕິພາບ ການພັດທະນາ ຄວາມຍຸຕິທຳ ຄວາມເປັນທຳ ປະຊາທິປະໄຕ ແລະ ເສລີພາບ, ຊຸກຍູ້ປະຊາຊົນປະເທດຕ່າງໆເຂົ້າໃຈກັນ ແລະ ສະໜິດກັນ, ຮ່ວມກັນສ້າງອະນາຄົດອັນດີງາມກວ່າເກົ່າຂອງມວນມະນຸດ.

ມີແຕ່ຮ່ວມແຮງຮ່ວມໃຈກັນ, ແບກຫາບຄວາມຮັບຜິດຊອບ ແລະ ຊົມໃຊ້ສິດຮ່ວມກັນ, ເພີ່ມພູນຄູນສ້າງຜົນປະໂຫຍດຮ່ວມຂອງມວນມະນຸດ, ໜ່ວຍໂລກທີ່ບັນທຸກຊາຕາກຳຮ່ວມກັນຂອງມວນມະນຸດຈຶ່ງສາມາດຜ່ານຜ່າຟ້າຝົນລົມແຮງ, ກ້າວເດີນໄປທາງໄກຢ່າງໜັກແໜ້ນ.

ນີ້ກໍແມ່ນຄວາມໝາຍໃຈກາງໃນທັດສະນະຂອງທ່ານສີຈິ້ນຜິງໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.