ການພັດທະນາທີ່ມີຄຸນນະພາບສູງແມ່ນໜ້າທີ່ສຳຄັນອັນດັບໜຶ່ງໃນການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ

2022-10-24 17:09:18 cri

 

    ວັນທີ 24 ຕຸລານີ້, ທ່ານມູ້ຮົງ ຮອງຫົວໜ້າຫ້ອງການປະຕິຮູບສູນກາງພັກຄອມມູນິດຈີນຜູ້ທີ່ຮັບຜິດຊອບວຽກງານປະຈຳ ທັງເປັນຮອງຫົວໜ້າຄະນະກຳມະການພັດທະນາ ແລະປະຕິຮູບແຫ່ງຊາດຈີນກ່າວວ່າ: ບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ກຳນົດເອົາການພັດທະນາທີ່ມີຄຸນນະພາບສູງເປັນໜ້າທີ່ສຳຄັນອັນດັບໜຶ່ງໃນການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໝາຍກວມລວມ ແລະຍາວໄກຂອງການພັດທະນາທີ່ມີຄຸນນະພາບສູງຕື່ມອີກ.

    ໃນກອງປະຊຸມຖະແຫຼງຂ່າວກ່ຽວກັບສູນກາງພັກຄອມມູນິດຈີນບັນຍາຍບົດລາຍງາຍການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ທ່ານມູ້ຮົງຊີ້ໃຫ້ເຫັນວ່າ: ບົດລາຍງາຍການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ວາງແຜນຍຸດທະສາດກ່ຽວກັບການເຮັດແນວໃດເພື່ອຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ໂດຍລວມ 6 ດ້ານ, ຄື: ເລັ່ງລັດການສ້າງໂຄງປະກອບການພັດທະນາອັນໃໝ່, ເດັດດ່ຽວປະຕິບັດຍຸດທະສາດຊຸກຍູ້ການພັດທະນາດ້ວຍການປະດິດສ້າງໃໝ່, ສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມທີ່ມີລະດັບສູງ, ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ, ສຸມໃສ່ຊຸກຍູ້ໃຫ້ພາກພື້ນພັດທະນາຢ່າງປະສານກົມກຽວ ແລະຊຸກຍູ້ການເປີດປະຕູສູ່ພາຍນອກທີ່ມີຄຸນນະພາບສູງ.

    ທ່ານມູ້ຮົງກ່າວຕື່ມວ່າ: ມາດຕະການຍຸດທະສາດເຫຼົ່ານີ້ແນໃສ່ທັງປັດຈຸບັນ ແລະອະນາຄົດ, ມີຜົນດີຕໍ່ການຫຼຸດຜ່ອນຄວາມກັງວົນສົງໄສຈາກພາຍນອກ ແລະເພີ່ມທະວີຄວາມໝັ້ນໃຈຕໍ່ການພັດທະນາຂອງຈີນ.