ເດັດດ່ຽວເອົາຊະນະໃນບັ້ນການແກ້ຂໍ້ຫຍຸ້ງຍາກ ແລະ ບັ້ນຍາວນານຂອງການຕ້ານການສໍ້ລາດບັງຫຼວງ

2022-10-24 16:30:01 CRI


ວັນທີ 24 ຕຸລາ 2022, ທ່ານວາງຈ້ຽນຊິ່ນ ຫົວໜ້າພະແນກໂຄສະນາຂອງຄະນະກວດກາສູນກາງພັກຄອມມູນິດຈີນ ແລະ ຄະນະກຳມະການກວດກາແຫ່ງຊາດຈີນກ່າວວ່າ, ເດັດດ່ຽວ ເອົາຊະນະໃນບັ້ນການແກ້ຂໍ້ຫຍຸ້ງຍາກ ແລະ ບັ້ນຍາວນານຂອງການຕ້ານການສໍ້ລາດບັງຫຼວງ, ຕ້ອງຮັກສາທ່ວງທ່າທີ່ໃຊ້ຄວາມກົດດັນສູງ, ເນັ້ນການຊຸກຍູ້ສະພາບທີ່ບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງໃຫ້ກ້າວໄປໜ້າພ້ອມກັນ; ໃຫ້ການເນັ້ນໜັກຫຼາຍກວ່າເກົ່າຕໍ່ການປ້ອງກັນບໍ່ໃຫ້ພະນັກງານການນຳກາຍເປັນຕົວແທນ ແລະ ນາຍໜ້າໃຫ້ກັບກຸ່ມຜົນປະໂຫຍດ ແລະ ກຸ່ມຄົນຜູ້ມີສິດອຳນາດ; ໃຫ້ການເນັ້ນໜັກຫຼາຍກວ່າເກົ່າຕໍ່ການລົງໂທດຜູ້ສໍ້ລາດບັງຫຼວງ ເໝືອນກັບ “ແມງວັນ” ຢູ່ຄຽງຂ້າງປະຊາຊົນ; ໃຫ້ການເນັ້ນໜັກຫຼາຍກວ່າເກົ່າຕໍ່ການປັບປຸງໂຄງປະກອບ ແລະ ກົນໄກປ້ອງກັນການກຳເນີດ ແລະ ການແຜ່ລາມຂອງການສໍ້ລາດບັງຫຼວງ.

 

ໃນກອງປະຊຸມຖະແຫຼງຂ່າວກ່ຽວກັບການບັນຍາຍບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ທ່ານວາງຈ້ຽນຊິ່ນກ່າວວ່າ: ໃນ 10 ປີຂອງຍຸກໃໝ່, ການຕ້ານການສໍ້ລາດບັງຫຼວງໄດ້ມີຂະບວນການທີ່ສະຫງ່າຜ່າເຜີຍ ແລະ ໄດ້ຮັບຜົນສຳເລັດຢ່າງປະຈັກຕາຊາວໂລກ, ແຕ່ຍັງຄົງປະເຊີນໜ້າກັບສະພາບການທີ່ຂ້ຽວຂາດ ແລະ ສັບສົນ. ຕ້ອງປັບປຸງລະບົບຄວາມຮັບຜິດຊອບທີ່ທົ່ວພັກນຳພາການຕ້ານການສໍ້ລາດບັງຫຼວງໃຫ້ຄົບຖ້ວນ, ຕ້ານການສໍ້ລາດບັງຫຼວງດ້ວຍທ່າທີທີ່ບໍ່ໂຍະຍານແມ່ນແຕ່ໜ້ອຍດຽວ, ປັບປຸງໂຄງປະກອບ ແລະ ກົນໄກປ້ອງກັນການກຳເນີດ ແລະ ການແຜ່ລາມຂອງການສໍ້ລາດບັງຫຼວງໃຫ້ສົມບູນແບບ, ປັບປຸງລະບົບຕິດຕາມກວດກາທີ່ມີການນຳພາເປັນເອກະພາບກັນໃນທົ່ວພັກ, ປົກຫຸ້ມຢ່າງຮອບດ້ານ, ມີອິດທິພົນ ແລະ ປະສິດທິພາບສູງ, ປັບປຸງເວທີຮອງຮັບທີ່ມີປະສິດທິຜົນ ແລະ ຊ່ອງທາງພຶດຕິກຳທີ່ “ຊຸກຍູ້ສົ່ງເສີມຢ່າງເປັນເອກະພາບກັນ.”