ບົດບາດຂອງອົງການສະຫະປະຊາຊາດເຂົ້າແທນບໍ່ໄດ້

2022-10-25 16:43:23 cri


    ວັນທີ24ຕຸລາແມ່ນວັນອົງການສະຫະປະຊາຊາດ. ມື້ດຽວກັນ ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດວ່າ:ໃນມື້ນີ້ເມື່ອ77ປີກ່ອນ,“ກົດບັດອົງການສະຫະປະຊາຊາດ”ໄດ້ບັງເກີດຜົນຢ່າງເປັນທາງການ, ອົງການສະຫະປະຊາຊາດປະກາດສ້າງຕັ້ງຂຶ້ນ,ຊຶ່ງໄດ້ເປີດໂສມໜ້າໃໝ່ແຫ່ງການຂະຫຍາຍການພົວພັນສາກົນ. ອົງການສະຫະປະຊາຊາດຍຶດໝັ້ນຊຸກຍູ້ລັດທິຫຼາຍຝ່າຍ,ໄດ້ເສີມຂະຫຍາຍບົດບາດທີ່ເຂົ້າແທນບໍ່ໄດ້ໃນການປົກປັກຮັກສາສັນຕິພາບຂອງໂລກແລະຊຸກຍູ້ການພັດທະນາຮ່ວມກັນ.

    ທ່ານວ່າງເວີນປີ່ນກ່າວຕື່ມວ່າ: ປັດຈຸບັນ ສັງຄົມມະນຸດພວມຜະເຊີນກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ. ຈີນມີເຈດຕະນາວ່າ: ບັນດາປະເທດຕ້ອງຈັດຕັ້ງປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງ,ປົກປັກຮັກສາລະບົບສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງ,ລະບຽບສາກົນທີ່ຖືກົດໝາຍສາກົນເປັນພື້ນຖານ,ຫຼັກການພື້ນຖານທາງດ້ານການພົວພັນສາກົນທີ່ຖືຈຸດປະສົງແລະຫຼັກການກົດບັດອົງການສະຫະປະຊາຊາດເປັນພື້ນຖານ.