ທະນາຄານລົງທຶນພື້ນຖານໂຄງລ່າງອາຊີລະດົມທຶນໄດ້ທັງໝົດຫຼາຍກວ່າ 85 ຕື້ໂດລາ ພາຍຫຼັງເປີດບໍລິການເປັນເວລາ 7 ປີ

2022-10-27 15:05:57 cri

 

   ວັນທີ 26 ຕຸລານີ້, ທະນາຄານລົງທຶນພື້ນຖານໂຄງລ່າງອາຊີເປີດເຜີຍໃຫ້ຮູ້ວ່າ: ໃນຖານະເປັນອົງການຫຼາຍຝ່າຍສາກົນແບບໃໝ່, ພາຍຫຼັງເປີດບໍລິການມາເປັນເວລາ 7 ປີ, ທະນາຄານລົງທຶນພື້ນຖານໂຄງລ່າງອາຊີໄດ້ປະຕິບັດຕາມລັດທິຫຼາຍຝ່າຍຢ່າງບໍ່ຢຸດຢັ້ງ, ໄດ້ມີການພັດທະນາທີ່ໝັ້ນທ່ຽງ ແລະວ່ອງໄວໃນຫຼາຍດ້ານ, ເຊັ່ນ: ການພັດທະນາທຸລະການ, ການສ້າງສາອົງການ ແລະອື່ນໆ.

   ປັດຈຸບັນ, ປະເທດສະມາຊິກຂອງທະນາຄານລົງທຶນພື້ນຖານໂຄງລ່າງອາຊີໄດ້ເພີ່ມຈາກ 57 ປະເທດໃນໄລຍະສ້າງຕັ້ງ ຂຶ້ນເປັນ 105 ປະເທດທີ່ມາຈາກ 6 ທະວີບ, ໂດຍໄດ້ອະນຸມັດໂຄງການທັງໝົດ 191 ໂຄງການ, ສາມາດລະດົມທຶນປະເພດຕ່າງໆລວມທັງພາກສ່ວນເອກະຊົນໄດ້ຫຼາຍວ່າ 85 ຕື້ໂດລາ, ເຊິ່ງໄດ້ນຳເອົາຜົນປະໂຫຍດໃຫ້ແກ່ 33 ປະເທດສະມາຊິກ.

    ປີ 2021, ທະນາຄານລົງທຶນພື້ນຖານໂຄງລ່າງອາຊີລະດົມທຶນສະເພາະຂົງເຂດການປ່ຽນແປງຂອງດິນຟ້າອາກາດໄດ້ເຖິງ 2,9 ຕື້ໂດລາ, ເຊິ່ງກວມ 48%ຂອງຍອດມູນຄ່າອະນຸມັດ. ປີ 2025, ທະນາຄານດັ່ງກ່າວຈະບັນລຸເປົ້າໝາຍທີ່ອັດຕາສ່ວນຂອງທຶນສະເພາະຂົງເຂດການປ່ຽນແປງຂອງດິນຟ້າອາກາດບັນລຸ 50%  ຫຼືຫລາຍກວ່າ 50%.

    ທະນາຄານລົງທຶນພື້ນຖານໂຄງລ່າງອາຊີແມ່ນລິເລີ່ມໂດຍປະເທດຈີນ, ເລີ່ມເປີດບໍລິການໃນ ເດືອນມັງກອນ ປີ 2016.