ໃນ3ໄຕມາດປີນີ້ ຕະຫຼາດຂາຍຍ່ອຍທາງອິນເຕີເນັດຂອງຈີນມີທ່ວງທ່າເພີ່ມຂຶ້ນ

2022-10-27 15:02:01 cri


   ອີງຕາມຂໍ້ມູນຕົວເລກທີ່ປະກາດໃນວັນທີ27ຕຸລານີ້ສະແດງໃຫ້ເຫັນວ່າ: ໃນ3ໄຕມາດປີນີ້ ຍອດມູນຄ່າຂາຍຍ່ອຍທາງອິນເຕີເນັດທົ່ວປະເທດຈີນມີເຖິງ 9,59 ພັນຕື້ຢວນ,ເພີ່ມຂຶ້ນ4%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເວົ້າລວມແລ້ວ ຕະຫຼາດຂາຍຍ່ອຍທາງອິນເຕີເນັດຂອງຈີນມີທ່ວງທ່າເພີ່ມຂຶ້ນ.


   ຜ່ານການຕິດຕາມເວທີການຄ້າເອເລັກໂຕຣນິກສຳຄັນໂດຍມີຂໍ້ມູນການຄ້າສະແດງໃຫ້ເຫັນວ່າ: ໃນ3ໄຕມາດປີນີ້, ຢາພື້ນເມືອງຈີນແລະຢາຫຼວງ, ເພັດນິນຈີນດາ, ວັດສະດຸກໍ່ສ້າງແລະຕົບແຕ່ງ, ອາຫານການກິນ ລ້ວນແຕ່ມີຍອດຈຳນວນຂາຍທີ່ເພີ່ມຂຶ້ນຂ້ອນຂ້າງໄວ. ນອກຈາກນີ້, ການຂາຍຍ່ອຍທາງອິນເຕີເນັດຂອງຜະລິດຕະພັນກະສິກຳກໍມີການເພີ່ມຂຶ້ນຂ້ອນຂ້າງເດັ່ນຊັດ.