ຍອດມູນຄ່າຂາເຂົ້າຂາອອກລະຫວ່າງເຂດກວາງຊີຈີນກັບປະເທດສະມາຊິກRCEP ມີຫຼາຍກວ່າ 200 ຕື້ຢວນ

2022-10-28 11:39:13 cri


  ວັນທີ28ຕຸລານີ້, ພະແນກການຄ້າເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນກັນຍາປີນີ້, ຍອດມູນຄ່າຂາເຂົ້າຂາອອກລະຫວ່າງເຂດກວາງຊີຈີນກັບປະເທດສະມາຊິກສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEPມີເຖິງ 200 ຕື້ 190 ລ້ານຢວນ, ກວມ46%ຂອງຍອດມູນຄ່າການຄ້າກັບຕ່າງປະເທດໃນທົ່ວເຂດ.


   ອາຊຽນຍັງແມ່ນຄູ່ການຄ້າໃຫຍ່ອັນດັບທີ1ຂອງເຂດກວາງຊີ,ນັບແຕ່ເດືອນມັງກອນຫາເດືອນກັນຍາປີນີ້,ຍອດມູນຄ່າການຄ້າລະຫວ່າງເຂດກວາງຊີກັບອາຊຽນມີເຖິງ 172 ຕື້ 880 ລ້ານຢວນ,ກວມ39,7%ຂອງຍອດມູນຄ່າການຄ້າໃນທົ່ວເຂດ. ກວາງຊີໄດ້ອອກແຮງຊຸກຍູ້ການສ້າງສາເຂດທົດລອງສັງລວມການຄ້າທາງອິນເຕີເນັດຂ້າມຊາດນານນີງແລະຊົງໂຈ, ນັບມາຮອດປັດຈຸບັນ ວິສາຫະກິດການຄ້າທາງອິນເຕີເນັດຂ້າມຊາດເຂດ ກວາງຊີໄດ້ສ້າງຫຼືເຊົ່າສາງສິນຄ້າຕ່າງປະເທດ13ແຫ່ງຢູ່ຫຼາຍປະເທດເຊັ່ນຫວຽດນາມເປັນຕົ້ນ, ຍອດມູນຄ່າຂາເຂົ້າຂາອອກທາງອິນເຕີເນັດຂ້າມຊາດທົ່ວເຂດນັບແຕ່ເດືອນມັງກອນຫາເດືອນກັນຍາໄດ້ເພີ່ມຂຶ້ນ66,9%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.