ທະນາຄານກາງຍີ່ປຸ່ນຕົກລົງສືບຕໍ່ປະຕິບັດນະໂຍບາຍເງິນຕາທີ່ຜ່ອຍຄາຍເປັນພິເສດ

2022-10-28 15:59:58 cri

 

    ວັນທີ 28 ຕຸລານີ້, ທະນາຄານກາງຍີ່ປຸ່ນໄດ້ສຳເລັດກອງປະຊຸມນະໂຍບາຍເງິນຕາທີ່ດຳເນີນມາເປັນເວລາ 2 ວັນ, ໂດຍໄດ້ຕົກລົງຈະສືບຕໍ່ປະຕິບັດນະໂຍບາຍເງິນຕາທີ່ຜ່ອນຄາຍເປັນພິເສດ.

ນອກນີ້, ທະນາຄານກາງຍີ່ປຸ່ນຍັງໄດ້ປັບປຸງຈັງຫວະເຕີບໂຕຄາດໝາຍຂອງດັດຊະນີລາຄາຜູ້ບໍລິໂພກ  ຫຼື CPI ແກນກາງຂອງຍີ່ປຸ່ນໃນສົກການເງິນ 2022, ຄື: ເພີ່ມຈາກ 2,3% ທີ່ວາງໄວ້ກ່ອນໜ້ານີ້ຂຶ້ນເປັນ 2,9% ໃນປັດຈຸບັນ.