ຜູ້ວ່າການທະນາຄານກາງເອີລົບ:ເສດຖະກິດເຂດໃຊ້ເງິນເອີໂຣຈະສືບຕໍ່ຊຸດໂຊມລົງ

2022-10-28 10:14:04 CRI



    ວັນທີ 27 ຕຸລານີ້, ໃນເວລາວິເຄາະສະພາບການເສດຖະກິດຂອງເຂດໃຊ້ເງິນເອີໂຣໃນປັດຈຸບັນ, ທ່ານນາງຄຣິສຕິນ ລາກາດ ຜູ້ວ່າການທະນາຄານກາງເອີຣົບຊີ້ອອກວ່າ: ໄພເງິນເຟີ້ລະດັບສູງເປັນເວລາດົນຂອງເຂດໃຊ້ເງິນເອີໂຣເຮັດໃຫ້ລາຍຮັບຕົວຈິງຂອງປະຊາຊົນຫຼຸດລົງ,ເພີ່ມຕົ້ນທຶນການຈັດຊື້ ແລະ ການເຄື່ອນໄຫວຂອງວິສາຫະກິດຕ່າງໆ, ຜູ້ບໍລິໂພກ ແລະ ວິສາຫະກິດຂາດເຂີນຄວາມເຊື່ອໝັ້ນຢ່າງໜັກໜ່ວງ, ສະພາບແວດລ້ອມດຳເນີນການຄ້າຮ້າຍແຮງຢ່າງຕໍ່ເນື່ອງ. ປັດໄຈເຫຼົ່ານີ້ເຮັດໃຫ້ເສດຖະກິດຂອງເຂດໃຊ້ເງິນເອີໂຣຈະສືບຕໍ່ຊຸດໂຊມລົງໃນບໍ່ເທົ່າໃດເດືອນຂອງປີນີ້ ແລະ ຕົ້ນປີໜ້າ.


    ທ່ານນາງລາກາດໄດ້ຮຽກຮ້ອງໃຫ້ລັດຖະບານປະເທດເຂດໃຊ້ເງິນເອີໂຣຕ້ອງມີລັກສະນະຊີ້ນຳ ແລະ ລັກສະນະເປົ້າໝາຍຫຼາຍກວ່າເກົ່າໃນເວລາຈັດວາງນະໂຍບາຍການເງິນກະຕຸ້ນການເຕີບໂຕຂອງເສດຖະກິດ ເພື່ອຫຼີກເວັ້ນບໍ່ໃຫ້ອັດຕາເງິນເຟີ້ ແລະ ອັດຕາໜິ້ສິນຂອງລັດຖະບານເພີ່ມສູງຂຶ້ນຕື່ມອີກ.