ວັນທີ 27 ຕຸລານີ້, ອົງການອະນາໄມໂລກ ຫຼື WHO ໄດ້ປະກາດ “ບົດລາຍງານວັນນະໂລກທົ່ວໂລກປີ 2022” ໂດຍຊີ້ອອກວ່າ: ໃນປີ 2021, ທົ່ວໂລກມີຜູ້ເປັນວັນນະໂລກປະມານ 10.600.000 ຄົນ, ເພີ່ມຂຶ້ນ 4,5% ເມື່ອທຽບກັບປີ 2020 ແລະ ມີ 1.600.000 ຄົນເສຍຊີວິດຍ້ອນວັນນະໂລກ. ການແພ່່ລະບາດຂອງພະຍາດໂຄວິດ-19ເຮັດໃຫ້ການບໍລິການຕໍ່ຜູ້ເປັນວັນນະໂລກຢຸດສະງັກ, ສ່ວນການປະທະກັນຢ່າງຕໍ່ເນື່ອງຢູ່ເອີຣົບຕາເວັນອອກ, ອາຟຣີກາ ແລະເຂດຕາເວັນອອກກາງໄດ້ເຮັດໃຫ້ສະພາບການຂອງກຸ່ມຄົນທີ່ດ້ອຍໂອກາດຮ້າຍແຮງຂຶ້ນ.
ອົງການ WHO ຮຽກຮ້ອງໃຫ້ປະເທດຕ່າງໆນຳໃຊ້ມາດຕະການໂດຍດ່ວນ,ຟື້ນຟູການບໍລິການດ້ານສາທາລະນະສຸກຂັ້ນພື້ນຖານຕໍ່ຜູ້ເປັນວັນນະໂລກ, ພ້ອມທັງເພີ່ມການລົງທຶນຕື່ມອີກ, ໃຫ້ພາກສ່ວນຕ່າງໆປະຕິບັດງານ ເພື່ອຕອບສະໜອງຄວາມຕ້ອງການຂອງວິທີການບົ່ງມະຕິພະຍາດໃໝ່, ສະໜອງຢຸກຢາ ແລະ ວັກຊິນ.